ຈົບ ມ.7 ແລ້ວ…ຄິດບໍ່ອອກວ່າຊິຮຽນຕໍ່ສາຍຫຍັງ???ຮຽນສື່ສານມວນຊົນນີ້ລະດີ! ຮຽນ 4 ປີຢູ່ ມຊ ຈົບຂ່າວ 555
ສື່ສານມວນຊົນຮຽນກ່ຽວກັບຫຍັງ?
ຢາກບອກວ່າ ຮຽນແນວຄັກໆຫັ້ນລະeee
– ຫຼັກໆກໍແມ່ນການຂຽນຂ່າວ (ຂໍຢໍ້າວ່າຂຽນຂ່າວ) ໂດຍສະເພາະແມ່ນຂ່າວໜັງສືພິມ ພ້ອມນັ້ນກໍຍັງໄດ້ຮຽນຂຽນບົດປະເພດອື່ນໆອີກເຊັ່ນ ບົດຄວາມ, ບົດຮຽງຄວາມ, ບົດສາລະຄະດີ ແລະບລາໆໆໆ.
– ຮຽນຈັດໜ້າ (ອອກແບບ) ວາລະສານ, ໜັງສືພິມ, ໂປສເຕີ້…
– ຮຽນຜະລິດລາຍການວິທະຍຸ ແລະໂທລະພາບ ເຊັ່ນ ວິທີການ ແລະທັກສະໃນການເປັນຜູ້ປະກາດຂ່າວ, ລາຍງານຂ່າວ, ໂຄສົກ, ພິທີກອນ, ການສໍາພາດ ແລະພາກສະໜອກພາກສະໝາມມີໝົດ
– ພ້ອມນັ້ນກໍຍັງໄດ້ຮຽນສ້າງຮູບເງົາ ແລະສາລະຄະດີສັ້ນອີກ– ເດັກສື່ສານມີສະເໜ່ຍ້ອນຈັບກ້ອງຖ່າຍຮູບ, ກ້ອງຖ່າຍວິດີໂອວົນວຽນຢູ່ໃນ ມຊ ຫັ້ນລະ ຈົນເວົ້າໄດ້ວ່າເຫັນໜ້າເກືອບທຸກງານ555
– ຮຽນຫຼາຍຢ່າງ ບລາໆໆໆ…
– ພິເສດ ຂໍບອກວ່າທຸກອັນທີ່ຮຽນແມ່ນຈະໄດ້ລົງພາກປະຕິບດຕົວຈິງໝົດ
ຈົບແລ້ວຊິຮູ້ຫຍັງແດ່? (ຄັນຕັ້ງໃຈຮຽນ)
– ຮູ້ຂຽນຂ່າວ, ບົດຄວາມ, ສາລະຄະດີ…
– ຮູ້ຖ່າຍຮູບ ແລະວິດີໂອ (ທີ່ງາມ) ໂດຍມີຫຼັກກອກຫຼັກການ…
– ຮູ້ອອກແບບໜັງສືພິມ, ວາລະສານ, ໂປສເຕີ້…
– ຮູ້ຕັດຕໍ່ວິດີໂອ, ຕັດຕໍ່ສຽງ…
– ຮູ້ຫຼາຍໆແນວ ຢາກຮູ້ຕ້ອງມາສໍາຜັດເອງ555
ຈົບແລ້ວຊິເຮັດວຽກຢູ່ໃສ?
– ບໍ່ຕ້ອງຢ້ານວ່າຊິວ່າງງານ ເຮັດຢູ່ໃສກະໄດ້ເຊັ່ນ ລ້ຽງໝູ, ປູກກ້ວຍ… ໂອຍ! ບໍ່ແມ່ນລະ… ເຮັດຢູ່ໃສກະໄດ້ທີ່ກ່ຽວຂ້ອງກັບສື່ມວນຊົນ (ກະຊວງ, ສໍານັກງານອົງການ, ບໍລິສັດ, ທະນາຄານ…ຕ່າງໆນາໆ ກໍລ້ວນແຕ່ມີຂະແໜງສື່ມວນຊົນ)
– ເຮັດນໍາສໍານັກຂ່າວຕ່າງໆ, ໜັງສືພິມ, ວາລະສານ, ສະຖານີວິທະຍຸ, ໂທລະພາບ, ກົມຮູບເງົາ, ບໍລິສັດສ້າງຮູບເງົາ… ມີບໍ່ອຶດ
– ບໍ່ວ່າງງານແນ່ນອນ..
ຖ້າສິ່ງທີ່ເວົ້າມາຄືສິ່ງທີເຈົ້າມັກກໍບໍ່ຄວນພາດສາຍນີ້
ຕິດຕາມ & ຕິດຕໍ່ page ນີ້ໄດ້