ຊີວິດຈິງຍິ່ງກວ່າລະຄອນ “ເບື້ອງຫຼັງຊີວິດອະດີດນັກຮຽນເກັ່ງລະດັບຊາດ”

ເຈົ້າຄິດວ່າລາງວັນນັກຮຽນເກັ່ງລະດັບຊາດ “ຫຼາຍ” ຫຼື “ໜ້ອຍ”?_MG_0150

ນີ້ຄືຄວາມຄິດເຫັນ ແລະ ປະສົບການສ່ວນຕົວຂອງຂ້ອຍ ທີ່ໄດ້ໃຊ້ເງິນລາງວັນທີ່ໄດ້ຈາກການເສັງນັກຮຽນເກັ່ງທັງໝົດມາເລີ່ມຕົ້ນຊີວິດນັກສຶກສາຢູ່ ມຊ

ຄໍາວ່ານັກຮຽນເກັ່ງລະດັບຊາດຊາດ ຟັງເບິ່’ຮູ້ສຶກຄືວ່າຫຍິ່ງໃຫຍ່ ແລະ ມີກຽດຫຼາຍ ແຕ່ວ່າລາງວັນນັ້ນມັນໜ້ອຍຫຼືຫຼາຍນັ້ນແມ່ນຂຶ້ນຢູ່ກັບມຸມມອງຂອງແຕ່ລະຄົນ.

ຂ້ອຍໄດ້ຜ່ານບັ້ນຮົບນັກຮຽນເກັ່ງລະດັບຊາດມາແລ້ວ 2 ເທື່ອ ຄືເມື່ອປີ 2011 ໄດ້ເປັນຕົວແທນຂອງແຂວງຫຼວງນໍ້າທາ ແລະ ປີ 2014 ໄດ້ເປັນຕົວແທນແຂວງຫຼວງພະບາງ (ສະໄໝຮຽນ ປ.5 ເຄີຍຕິດອັບດັບ 1 ຂັ້ນເມືອງ ແຕ່ບໍ່ມີການເສັງຂັ້ນແຂວງ ແລະ ຂັ້ນປະເທດ ເລີຍບໍ່ໄດ້ໄປຕໍ່)31706631_1615989168524516_6527575851481956352_n.jpg

ຫວນຄືນໄປຕອນຂ້ອຍຍັງນ້ອຍກ່ອນທີ່ຈະມີໂອກາດກ້າວຂຶ້ນມາຢຽບເວທີນັກຮຽນເກັ່ງລະດັບຊາດ ຂ້ອຍຍັງຈື່ດີຢູ່ວ່າຕອນຢູ່ ມ. ຕົ້ນ ຂ້ອຍເປັນນັກຮຽນພຽງຄົນດຽວທີ່ຍ່າງໄປໂຮງຮຽນໃນຂະນະທີ່ໝູ່ຄູ່ທຸກຄົນຂີ່ລົດຖີບໄປ ທັງໆທີ່ເຮືອນຕົນເອງຢູ່ໄກກວ່າໝູ່. ຄວາມຮູ້ສຶກຕອນນັ້ນມັນກໍມີນ້ອຍໃຈແດ່ເປັນບາງຄັ້ງແຕ່ກໍບໍ່ຮູ້ຊິເຮັດແນວໃດເພາະພໍ່ແມ່ບໍ່ມີເງິນພໍຊິຊື້ລົດຖີບໃຫ້. ແຕ່ລະມື້ຂ້ອຍຕ້ອງຍ່າງປະມານ 2 ກິໂລແມັດຕາມເສັ້ນທາງທີ່ມີແຕ່ຂີ້ຝູ່ນ ບາງມື້ກໍປຽກຝົນ. ຈົນມາຮອດມື້ທີ່ຂ້ອຍໄດ້ສອບເສັງນັກຮຽນເກັ່ງ ແລະ ໄດ້ເປັນຕົວແທນນັກຮຽນເກັ່ງຊັ້ນ ມ.4 ສາຍພາສາລາວ ຂອງແຂວງມາເສັງລະດັບຊາດ ຂ້ອຍຈຶ່ງຄົ້ນພົບວ່າການສຶກສາມັນໃຫ້ໂອກາດຂ້ອຍຫຼາຍ (ແຕ່ກ່ອນຂ້ອຍເຄີຍເສັງນັກຮຽນເກັ່ງຊັ້ນ ປ.5 ຂັ້ນເມືອງໄດ້ອັນດັບ 1 ແຕ່ບໍ່ມີຂັ້ນແຂວງ ແລະ ຂັ້ນປະເທດ ເລີຍບໍ່ໄດ້ໄປຕໍ່).

31791440_1615989251857841_4642974133624242176_n

ຕອນ ມ. 4 ເປັນຕົວແທນຫຼວງນໍ້າທາ

ການສອບເສັງນັກຮຽນເກັ່ງລະດັບຊາດໃນປີນັ້ນ ຂ້ອຍບໍ່ຕິດ 1 ໃນ 3 ແຕ່ຂ້ອຍກໍດີໃຈທີ່ຢ່າງໜ້ອຍກໍໄດ້ມາເຫັນນະຄອນຫຼວງວຽງຈັນເປັນຄັ້ງທໍາອິດໃນຊີວິດ. ຫຼັງຈາກຈົບ ມ.4 ພະແນກສຶກສາແຂວງໄດ້ສົ່ງຂ້ອຍມາຮຽນຕໍ່ຢູ່ ມ.ສ ສັນຕິພາບແຂວງຫຼວງພະບາງ. ການອອກຈາກບ້ານມາຮຽນຢູ່ທີ່ນີ່ ມັນເປີດມຸມມອງ ແລະ ແນວຄິດຂ້ອຍຢ່າງຫຼວງຫຼາຍ ຈາກຄົນທີ່ບໍ່ມີເປົ້າ ໝາຍທີ່ຊັດເຈນກໍໄດ້ຕັ້ງເປົ້າໝາຍໃຫ້ຕົນເອງວ່າ “ຂ້ອຍຕ້ອງໄປເສັງລະດັບຊາດ”. ຂ້ອຍຍອມຮັບວ່າໝູ່ເພື່ອນນັກຮຽນເກັ່ງເກືອບທຸກຄົນທີ່ມາຈາກແຕ່ລະແຂວງມີຖານະຄອບຄົວບໍ່ຄ່ອຍດີ ແລະ ບາງຄົນກໍທຸກຍາກແທ້ໆ (ໜຶ່ງໃນນັ້ນແມ່ນຂ້ອຍ) ແຕ່ສິ່ງທີ່ໜ້າປະທັບໃຈກໍຄືທຸກຄົນເຊື່ອໝັ້ນວ່າການສຶກສາຈະສາມາດຊ່ວຍໃຫ້ຕົນເອງມີອະນາຄົດທີ່ດີກວ່າ. ທຸກຄົນຕັ້ງໃຈຮຽນຢ່າງມີຄວາມຫວັງ ແລະ ມີເປົ້າໝາຍຄືເວທີນັກຮຽນເກັ່ງລະດັບຊາດ ເພາະມີຄວາມເຊື່ອວ່າເວທີດັ່ງກ່າວຈະເປັນລາງວັນອັນຍິ່ງໃຫຍ່ ແລະ ເປັນໂອກາດທີ່ຈະໄດ້ຮັບທຶນຮຽນຕໍ່. ຂ້ອຍ ແລະ ໝູ່ຫຼາຍຄົນເຊື່ອແນວນັ້ນ.

IMG_160508819314675

ລາງວັນທີ 2 ສາຍພາສາລາວ, ຕົວແທນແຂວງຫຼວງພະບາງ

ເມື່ອຮອດ ມ.7 ເປົ້າໝາຍທີ່ຂ້ອຍຕັ້ງໄວກໍເປັນໄປຕາມຄາດຄິດ. ຂ້ອຍໄດ້ເປັນຕົວແທນນັກຮຽນເກັ່ງສາຍພາສາລາວ-ວັນນະຄະດີ ຂອງແຂວງຫຼວງພະບາງມາເສັງໃນເວທີລະດັບຊາດ ແລະ ຂ້ອຍກໍສາມາດຍາດໄດ້ລາງວັນທີ 2. ລາງວັນທີ່ຂ້ອຍໄດ້ຕອນນັ້ນແມ່ນ 6 ລ້ານກີບ (ກະຊວງສຶກສາໃຫ້ 4 ລ້ານ ແລະ ບໍລິສັດເບຍລາວໃຫ້ 2 ລ້ານ). ຄວາມຮູ້ສຶກໃນຕອນນັ້ນສຸດທີ່ດີໃຈທີ່ໄດ້ຖືກບັນທຶກຊື່ວ່າເປັນນັກຮຽນເກັ່ງລະດັບຊາດ. ໃນຖານະທີ່ຕົນເອງເປັນພຽງເດັກຊົນນະບົດຄົນໜຶ່ງທີ່ພໍ່ແມ່ຕ້ອງໄດ້ຊອກຢືມເງິນນໍາໄທບ້ານເພື່ອສົ່ງເສີມໃຫ້ຮຽນ ຂ້ອຍຄິດວ່າເງິນລາງວັນນັກຮຽນເກັ່ງຄັ້ງນັ້ນມັນຫຼາຍສໍາລັບຂ້ອຍ. ຂ້ອຍຮູ້ສຶກພູມໃຈທີ່ຕົນເອງໄດ້ປະສົບຜົນສໍາເລັດໃນສິ່ງທີ່ຕົນໄຝ່ຝັນ. ຂ້ອຍກັບມາຫຼວງພະບາງພ້ອມລາງວັນ ແລະ ສາຍາ “ນັກຮຽນເກັ່ງລະດັບຊາດ”. ບໍ່ພຽງແຕ່ເທົ່ານັ້ນ, ພະແນກສຶກສາແຂວງຍັງໄດ້ມອບລາງວັນເພີ່ມໃຫ້ອີກ 2,5 ລ້ານ.

IMG_4906440618704

ຮັບໃບປະກາດແດງ ມ. 7

ລະດູການເສັງນັກຮຽນເກັ່ງຜ່ານໄປລະດູການເສັງຈົບຊັ້ນກໍເຂົ້າມາ. ຂ້ອຍປະສົບຜົນສໍາເລັດອີກຄັ້ງເມື່ອຜົນສອບເສັງຈົບຊັ້ນຂ້ອຍໄດ້ຄະແນນໃນເກນດີເລີດ ແລະ ໄດ້ຮັບໃບປະກາດແດງ (1 ໃນ 5 ຂອງແຂວງຫຼວງພະບາງ). ຄວາມຮູ້ສຶກມັນໂຄດດີໃຈສຸດໆໄປເລີຍ.

ຫຼັງຈາກຈົບ ມ.7 ສິ່ງທີ່ຕ້ອງຄິດໃນຂັ້ນຕໍ່ໄປກໍຄື “ການຮຽນຕໍ່ໃນລະດັບມະຫາວິທະຍາໄລ”. ເລື່ອງນີ້ເປັນເລື່ອງທີ່ຂ້ອຍຄິດໜັກຫຼາຍເພາະບໍ່ຮູ້ວ່າຊິຮຽນຫຍັງ, ຢູ່ໃສ ແລະ ໃຜຊິສົ່ງຕົນເອງຮຽນ. ຂ້ອຍກັບໄປບ້ານຢູ່ຫຼວງນໍ້າທາ ໄປປຶກສານໍາພໍ່ແມ່ແຕ່ເຂົາກໍບໍ່ສາມາດຕັດສິນໃຈແທນເຮົາໄດ້ ຂ້ອຍຍັງຈື່ຄໍາເວົ້າຂອງພໍ່ຕອນນັ້ນທີ່ວ່າ “ຄັນລູກຊິຮຽນຕໍ່ກໍຮຽນໂລດເຖິງບໍ່ມີພໍ່ແມ່ກໍຊິຊຸກຍູ້ສຸດຄວາມສາມາດ”. ຄໍາເວົ້ານັ້ນເປັນກໍາລັງໃຈທີ່ດີເຖິງຂ້ອຍຮູ້ຢູ່ໃນໃຈແລ້ວວ່າລໍາພັງຊີວິດຄອບຄົວຊູ່ມື້ກໍໍຫາເຊົ້າກິນຄໍ່າຢູ່ແລ້ວ ມັນຄົງຊິເປັນພະລະໃຫຍ່ຫຼວງຖ້າຊິໃຫ້ພໍ່ແມ່ຫາເງິນສົ່ງຕົນເອງຮຽນ. ຂ້ອຍຄິດຫຼາຍບັນຫາຫຼາຍອຸປະສັກໃນການທີ່ຈະໄປຮຽນຕໍ່ ແຕ່ຂ້ອຍກໍເຊື່ອໝັ້ນໃນການສຶກສາ ຂ້ອຍຄິດວ່າຂ້ອຍຕ້ອງສາມາດເອົາຕົວລອດໃຫ້ຮຽນຈົບໄດ້. ຄວາມຮູ້ສຶກໃນໃຈຄອຍເຕືອນຂ້ອຍສະເໝີວ່າ “ຖ້າຄົນທີ່ຂຶ້ນຊື່ວ່ານັກຮຽນເກັ່ງລະດັບຊາດບໍ່ມີປັນຍາຊິຮຽນຕໍ່ຊີວິດກໍຄືຊິໝົດສໍ່ານັ້ນແຫຼະ”. ສຸດທ້າຍ, ຂ້ອຍຕັດສິນໃຈເດັດຂາດວ່າຈະມາຮຽນຕໍ່ຢູ່ ມຊ (ຕອນນັ້ນຂ້ອຍໄດ້ພົວພັນນໍາພະແນກສຶກສາເພື່ອຂໍທຶນມາຮຽນຕໍ່ເປັນທີ່ຮຽບຮ້ອຍແລ້ວ) ຢ່າງໜ້ອຍຂ້ອຍກໍໄດ້ເປັນນັກສຶກສາໃນແຜນ ອາດຈະຮັບມືກັບລາຍຈ່າຍໄດ້ຢູ່). ເມື່ອຕັດສິນໃຈແລ້ວ, ເວລາກໍໝຸນມາຮອດມື້ທີ່ຈະຕ້ອງລົງມານະຄອນຫຼວງ ເຊິ່ງຕອນນັ້ນພໍ່ແມ່ມີເງິນໃຫ້ຕິດຕົວຢູ່ລ້ານປາຍ. ລ້ານປາຍມັນອາດຈະໜ້ອຍແຕ່ພໍ່ແມ່ກໍມີແຕ່ສໍ່ານັ້ນ ຂ້ອຍບອກພໍ່ແມ່ວ່າຢ່າໄປຢືມເງິນນໍາຄົນອື່ນເພື່ອໃຫ້ເອົາມາໃຫ້ລູກໄປຮຽນ. ພໍດີຕອນນັ້ນ ຂ້ອຍກໍມີເງິນຢູ່ໃນບັນຊີຢູ່ 9 ລ້ານປາຍເຊິ່ງເປັນເງິນລາງວັນສອບເສັງນັກຮຽນເກັ່ງທັງໝົດທີ່ຂ້ອຍເກັບສະສົມຕັ້ງແຕ່ຂັ້ນໂຮງຮຽນຮອດລະດັບຊາດ.31658015_1615989215191178_4970164862492606464_n

ຂ້ອຍມາຮອດວຽງ ມາເຊົ່າຢູ່ນໍາໝູ່ 5 ຄົນ ເປັນນັກຮຽນເກັ່ງນໍາກັນ 4 ຄົນ ແລະ ໝູ່ຂອງໝູ່ອີກ 1 ຄົນ. ພໍແຕ່ມາຢູ່ບໍ່ພໍເທົ່າໃດເດືອນ ຂ້ອຍເລີ່ມຮູ້ສຶກວ່າຊີວິດການເປັນນັກສຶກສາຢູ່ນີ້ມັນຂ້ອນຂ້າງວ່າຕ້ອງໃຊ້ເງິນຫຼາຍກວ່າທີ່ຜ່ານມາ ມີທັງຄ່ານໍ້າ, ຄ່າໄຟ, ຊື້ເຂົ້າປາອາຫານ, ເຄື່ອງຮຽນ, ເຄື່ອງໃຊ້… ອີກຢ່າງຂ້ອຍກໍໄປຮຽນເພີ່ມພາສາອັງກິດອີກ. ຕອນເລີ່ມເຂົ້າມາຮຽນໃໝ່ໆ ຂ້ອຍຮູ້ສຶກວ່າຕົນເອງໂຄດປະຢັດເລີຍ ມາໂຮງຮຽນມື້ໜຶ່ງຈ່າຍເງິນບໍ່ເກີນ 10 ພັນ. ຂ້ອຍມັກເອົາເຂົ້າໃສ່ກ່ອງແລ້ວໄປແລ້ວນັດໝູ່ຊື້ຂອງກິນເຍື່ອງລະ 3 ພັນມາກິນຢູ່ໂຮງຮຽນ ເຊິ່ງບາງມື້ ອາຫານ 3 ພັນແມ່ນ 2-3 ຄົນກິນນໍາກັນ ຖ້າມື້ໃດຊື້ມາ 6 ພັນຖືວ່າຫຼູແລ້ວ. ຂ້ອຍພັກຢູ່ຫ້ອງແຖວນໍາໝູ່ໄດ້ເທີມໜຶ່ງ ໝູ່ 2 ຄົນກໍຊິຍ້າຍໄປເປັນປ້ອງກັນ ເຮັດໃຫ້ໃນຫ້ອງຍັງແຕ່ 3 ຄົນ ແຕ່ອີກຜູ້ໜຶ່ງກໍວ່າຊິຍ້າຍອີກ ຂ້ອຍເລີຍຄິດວ່າບໍ່ໄຫວຄ່າຫ້ອງແນ່ນອນເລີຍຊວນກັນຍ້າຍໝົດ ຂ້ອຍມາຖາມສະໝັກເປັນປ້ອງກັນຢູ່ຄະນະ (ພໍດີເຂົາຮັບ) ແລະ ອີກຄົນກໍຍ້າຍເຂົ້າຫໍພັກໃນ ພໍດີຫຼຸດຜ່ອນເລື່ອງຄ່າຫ້ອງ, ຄ່ານໍ້າ ແລະ ຄ່າໄຟ.

ເວລາຜ່ານໄປ ຂ້ອຍຮູ້ສຶກວ່າຄ່າໃຊ້ຈ່າຍນັບມື້ນັບເພີ່ມຂຶ້ນ ເງິນໃນບັນຊີກໍນັບມື້ນັບຫຼຸດລົງ ຂ້ອຍກໍເລີ່ມກັງວົນວ່າຊິຫາເງິນໄດ້ຈາກໃສ. ພໍຈົບປີ 1 ພໍດີໝູ່ນັກຮຽນເກັ່ງທີ່ເຄີຍພັກນໍາກັນໄດ້ພາໄປເຮັດວຽກນໍາຢູ່ບໍລິສັດຫວຍພັດທະນາ ຂ້ອຍກໍບໍ່ລໍຊ້າທີ່ຈະໄປເຮັດນໍາ. ການເຮັດວຽກກໍໂອເຄຢູ່ ແຕ່ບັນຫາມີຢູ່ວ່າຂ້ອຍບໍ່ມີລົດ ຕ້ອງອາໄສໄປນໍາໝູ່ ອີກຢ່າງຂ້ອຍຮຽນເພີ່ມອີກ ມັນຍາກຢູ່ບ່ອນວ່າ ຮອດມື້ຫວຍອອກແລ້ວຂ້ອຍຕ້ອງຄອບຮຽນເພີ່ມໃນຊົ່ວໂມງທີ 2 ເພື່ອໄປວຽກ ໂດຍນັດໃຫ້ໝູ່ມາຮັບ. ຂ້ອຍຕັດສິນໃຈວ່າຊິຊື້ລົດຈັກ ແຕ່ເມື່ອເບິ່ງເງິນແລ້ວ ທັງໝົດທີ່ມີກໍບໍ່ພໍ ຂ້ອຍເລີຍຕັດສິນໃຈຂໍນໍາພໍ່ແມ່ໃສ່ຕື່ມ ແລະ ຄິດວ່າຊິເກັບເງິນໄຊ້ແທນເພີ່ນໃຫ້ໄວທີ່ສຸດ. ຂ້ອຍຮູ້ສຶກຜິດຢູ່ທີ່ຂໍເງິນນໍາພໍ່ແມ່ ເພາະເພີ່ນຕ້ອງໄປຊອກຢືມນໍາພີ່ນ້ອງມາໃຫ້ ແຕ່ຂ້ອຍກໍຈໍາເປັນເພາະບໍ່ມີລົດຂີ່ໄປວຽກ. ຂ້ອຍໄດ້ຊື້ລົດຈັກແລ້ວ ແຕ່ລົດຈັກທີ່ຊື້ເປັນລົດເວບຈີນມືສອງລາຄາຖືກ ຂ້ອຍບອກພໍ່ແມ່ວ່າຂ້ອຍຈະສົ່ງເງິນທັງໝົດຄືນ ພໍ່ປະຕິເສດ ແຕ່ຂ້ອຍກໍສົ່ງຄືນໄປ (ບໍ່ໄດ້ສົ່ງໝົດເພາະພໍ່ຫ້າມ). ປະມານເດືອນໜຶ່ງຫຼືສອງເດືອນຕໍ່ມາຂ້ອຍກໍສົ່ງເງິນໄປອີກເພື່ອໃຫ້ເຂົາຊື້ສັງກະສີໃສ່ຫຼັງຄາເຮືອນ ແຕ່ວ່າບໍ່ໄດ້ປ່ຽນຍ້ອນໄຊ້ໜີ້ຍັງບໍ່ໝົດຈໍາເປັນຕ້ອງໄຊ້ໜີ້ກ່ອນ.

ຂ້ອຍສືບຕໍ່ເຮັດຮຽນທັງ 2 ບ່ອນ ໂດຍຫາເງິນໄປນໍາ. ນອກຈາກເຮັດຢູ່ບໍລິສັດຫວຍ ຂ້ອຍກໍຍັງຮັບຕັດຫຍ້າຢູ່ຄະນະ ແລະກໍເຮັດວຽກປ້ອງກັນເຊັ່ນ ເວນຍາມກາງຄືນ, ປິດເປີດປະຕູ… ເລື່ອງການເງິນຕອນນັ້ນກະພໍໂອເຄຢູ່. ອີກຢ່າງ, ເງິນໃນບັນຊີກໍຍັງພໍຈ່າຍຄ່າຮຽນເພີ່ມຈົນຈົບຢູ່ (ຖ້າບໍ່ຈ່າຍແນວອື່ນ). ອີກຢ່າງ, ໃນປີ 2 ນີ້ຂ້ອຍກໍໄດ້ຮັບທຶນມູນນິທິເບຍລາວອີກ ກໍຖືວ່າໄຄຫຼາຍເຕີບ.

ຊີວິດການຮຽນ ແລະ ການເຮັດວຽກກໍາລັງມາດີ ໂຊກຮ້າຍ ຕົກມາຮອດປີ 3 ຂ້ອຍບໍ່ມີວຽກເຮັດ ເພາະບໍລິສັດຫວຍຫັນເປັນລະບົບອອນລາຍ ແລະ ຕັດຫຍ້າຢູ່ຄະນະກໍບໍ່ໄດ້ຕັດແລ້ວ. ຂ້ອຍຄິດວ່າຊີວິດຕົນເອງພົບວິກິດແລ້ວ ເພາະຮູ້ສຶກວ່າຄາວນັ້ນຈ່າຍເງິນເປືອງຫຼາຍ ຂ້ອຍຈຶ່ງຫາວິທີຊອກເງິນທາງໃໝ່ໂດຍການຮັບວຽກມະຍິກມະຍ່ອຍເຊັ່ນ ຖ່າຍຮູບ, ຖ່າຍວິດີໂອ, ຕັດຕໍ່ວິດີໂອ, ຈັດໜ້າ (ອອກແບບ) ປຶ້ມ, ຮັບຂຽນບົດ (ທົ່ວໄປ) ເຊິ່ງຄອມແມ່ນໃຊ້ຂອງໝູ່ (ຂອບໃຈໝູ່) ສ່ວນກ້ອງກໍຕ້ອງຢືມ ນອກນັ້ນຂ້ອຍກໍຍັງສອນບໍາລຸງກຽມເສັງເຂົ້າ ມຊ (ຊ່ວງກຽມເສັງ)… ເຊິ່ງເປັນວຽກທີ່ດົນໆມີມາເທື່ອໜຶ່ງ ແລະ ລາຍຮັບກໍບໍ່ປານໃດ ແຕ່ກໍພໍຊ່ວຍປະຄອງຊີວິດໄດ້ໜ້ອຍໜຶ່ງ.

ຕອນນີ້ຂ້ອຍຢູ່ປີ 4 ແລ້ວ. ຂ້ອຍມີພາລະເພີ່ມຄືສົ່ງນ້ອງສາວຮຽນອີກ. ແຕ່ວ່າ ການຮຽນ ແລະ ການເຮັດວຽກຂ້ອຍກໍຖືວ່າໂອເຄຢູ່ ຂ້ອຍບໍ່ມີເງິນຫຼາຍ ແຕ່ກໍບໍ່ຂາດເຂີນຈົນເກີນໄປ. ຫຼັງຈາກ ຂ້ອຍຮຽນຈົບພາສາອັງກິດປີກາຍນີ້ ຂ້ອຍກໍໄດ້ອາຊີບເພີ່ມອີກຄືອາຈານສອນພາສາອັງກິດ ເຊິ່ງປັດຈຸບັນກໍຍັງສອນຢູ່. ຂ້ອຍຍັງຄົງຮັບວຽກເຮັດວິດີໂອໂຄສະນາ ແລະ ຮັບຈັດໜ້າປຶ້ມຄືເກົ່າ (ສົນໃຈຕິດຕໍ່ໄດ້). ນອກນັ້ນ, ຂ້ອຍກໍຍັງເຮັດວຽກຊ່ວຍສະມາຄົມພັດທະນາໄວໜຸ່ມຜູ້ດ້ອຍໂອກາດ (ສພວດ) ເປັນວຽກຊ່ວຍສັງຄົມ ເຊິ່ງປະທານສະມາຄົມເພີ່ນກໍຮັກແພງດີ.

ມາຮອດຈຸດນີ້ ຂ້ອຍຄິດທົບທວນວ່າ ຂ້ອຍມາເລີ່ມຕົ້ນຊີວິດໃນ ມຊ ໄດ້ຍ້ອນລາງວັນນັກຮຽນເກັ່ງລະດັບຊາດ ແຕ່ລາງວັນທີໄດ້ມາມັນຍັງໜ້ອຍ ບໍ່ພຽງພໍທີ່ຈະເປັນທຶນຮອນໃຫ້ນັກຮຽນທຸກຍາກຄົນໜຶ່ງມາເລີ່ມຕົ້ນຊີວິດເປັນນັກສຶກສາຢູ່ໃນເມືອງໃຫຍ່. ຂະໜາດວ່າຂ້ອຍທັງປະຢັດ ແລະ ດິ້ນຮົນຫາເງິນຊີວິດກໍຍັງອີລາກອີເລືອ. ແລ້ວຖາມວ່າ ນັກຮຽນເກັ່ງທຸກຄົນເປັນຄົນທຸກຍາກບໍ? ທັດສະນະສ່ວນຕົວຂອງຂ້ອຍຄື “ສ່ວນຫຼາຍ”. ເວົ້າແນວນີ້ບໍ່ແມ່ນເອົາຕົນເອງມາຕັດສິນກວມລວມດອກ ແຕ່ຈາກປະສົບການຈິງທີ່ຂ້ອຍພົບ ແລະ ຈາກຜົນການສອບເສັງນັກຮຽນເກັ່ງລະດັບຊາດແຕ່ລະປີມັນອອກມາປະມານນັ້ນ. ຂ້ອຍຢູ່ກັບສັງຄົມນັກຮຽນເກັ່ງມາ 3 ປີ ຂ້ອຍຮູ້ຈັກຕົນເອງ ແລະ ຮູ້ຈັກໝູ່ຄູ່ວ່າແຕ່ລະຄົນມີເບື້ອງຫຼັງຊີວິດແນວໃດ ແລະ ມີຄວາມໄຝ່ຝັນຄືແນວໃດ. ຕອນຢູ່ຫໍພັກນໍາກັນ ໝີ່ຫໍ່ພັນກີບຫໍ່ດຽວກໍຕົ້ມໃສ່ເຂົ້າກະດ້າງກິນນໍາກັນຮອດ 6 ຄົນ. ບາງຄັ້ງ ເຄື່ອງນຸ່ງຂາດກໍຍັງນຸ່ງ ໝີ່ໝົດກໍຍັງບໍ່ຊື້ ຍ້ອນເກັບເງິນເອົາໄວ້ຊື້ປຶ້ມຕໍາລາທີ່ເຂົາເສັງລະດັບພາກພື້ນ ລະດັບໂລກໃນລາຄາຫຼັກແສນມາຄົ້ນຄວ້າ.  ຖ້າໃຜສັງເກດຕິດຕາມ ຈະເຫັນວ່າສ່ວນຫຼາຍຄົນທີ່ເສັງໄດ້ແຕ່ລະປີເປັນຄົນຊົນເຜົ່າມາຈາກເຂດນອກ, ມີຖານະຄອບຄົວບໍ່ຄ່ອຍດີ … ຄັນບໍ່ແນ່ໃຈວ່າເຂົາທຸກຍາກຫຼືລວຍກໍລອງໄປສໍາພາດ ໂອ້ລົມກັບພວກເຂົາເບິ່ງວ່າກ່ອນພວກເຂົາຈະມາຮອດເວທີນັກຮຽນເກັ່ງລະດັບຊາດເຂົາຜ່ານຫຍັງມາແດ່? ຍົກຕົວຢ່າງຄືປີກາຍປີກ່ອນນີ້ ຫຼາຍຄົນອາດຈະໄດ້ອ່ານ ຫຼື ໄດ້ເບິ່ງບົດສໍາພາດຂອງນ້ອງນັກຮຽນເກັ່ງລະດັບຊາດ 2-3 ຄົນຄື ເຊັ່ນ ທ້າວ ອາຕົ່ງ, ທ້າວ ປໍທໍ່, ທ້າວ ພອນແກ້ວ… ນ້ອງໆເຫຼົ່ານີ້ລ້ວນແຕ່ເປັນຄົນສູ້ຊີວິດ ບາງຄົນກໍຍ່າງໄກ ບາງຄົນກໍຢູ່ຫໍພັກຕູບນ້ອຍໆ ຄອບຄົວບໍ່ມີທຶນຮອນສົ່ງເສີມ… ແຕ່ພວກເຂົາກໍມາຢືນຢູ່ເທິງເວທີລະດັບຊາດ ແລະ ຈະກາຍເປັນອະນາຄົດຂອງຊາດ ເຊິ່ງຂ້ອຍຄິດວ່າເຮົາຄວນສົ່ງເສີມທີ່ສຸດ. ແມ່ນຢູ່ວ່າ ນັກຮຽນເກັ່ງບາງຄົນກໍອາດຈະມີຖານະຄອບຄົວດີແລ້ວ ແລະບໍ່ແນ່ໃຈວ່າລາງວັນເງິນນັ້ນຈະທໍາມະດໍາຫຼືບໍໍ່ ແຕ່ເມື່ອເຮົາຄິດເບິ່ງແລ້ວ ເມືື່ອເຂົາຕັ້ງໃຈບຸກບືນຮໍ່າຮຽນມາຈົນມາເປັນນັກຮຽນເກັ່ງລະດັບຊາດ ເຂົາກໍຄວນຈະໄດ້ຮັບລາງວັນທີ່ຫຼາຍເຊັ່ນກັນ. ຂ້ອຍເຊື່ອວ່າລາງວັນທີ່ໃຫ້ກັບຄົນທີ່ມີຄວາມຮູ້ຄວາມສະຫຼາດຈະບໍ່ມີວັນສູນເປົ່າ ເຖິງນັກຮຽນຄົນນັ້ນຄົນນັ້ນຈະທຸກຫຼືຮັ່ງ ເຂົາກໍຈະບໍ່ໃຊ້ເງິນໄປໃນທາງທີ່ບໍ່ເປັນປະໂຫຍດຢ່າງແນ່ນອນ.

ທີ່ເວົ້າມາທັງໝົດຄືຢາກໃຫ້ກະຊວງສຶກສາເພີ່ມເງິນລາງວັນນັກຮຽນເກັ່ງຫຼືບໍ? ຄໍາຕອບຄື ຖ້າມີຄວາມສາມາດເພີ່ມໄດ້ກໍເປັນການດີ ແຕ່ຄິດວ່າທາງຜູ້ໃຫຍ່ເພີ່ນກໍຄືຊິຄິດພໍແຮງແລ້ວລະເລື່ອງນີ້. ເຮົາທຸກໄດ້ຍິນລື້ງຫູແລ້ວວ່າ ການສຶກສາເປັນກຸນແຈ ການສຶກສາຕ້ອງມາກ່ອນວຽກງານອື່ນ ແຕ່… ໃນຄວາມຮູ້ສຶກຂ້ອຍ ສັງຄົມຍັງບໍ່ມີສ່ວນຮ່ວມຫຼາຍເທົ່າທີ່ຄວນໃນວຽກງານການສຶກສາ. ຖ້າປຽບທຽບ ລາງວັນຂອງການເສັງນັກຮຽນເກັ່ງບໍ່ຫຼາຍເທົ່າກັບເວທີການແຂ່ງຂັນອັນອື່ນຊໍ້າ. ເວທີການປະກວດນາງງາມໄດ້ລາງວັນຫຼາຍກວ່າ ເຫດຜົນຍ້ອນມີຜູ້ສະໝັບສະໜູນ… ແລ້ວເປັນຫຍັງຄືບໍ່ມາສະໜັບສະໜູນນັກຮຽນເກັ່ງໃຫ້ຫຼາຍລະ? ມັນຈະເປັນການດີທີ່ສຸດຫາກຫຼາຍພາກສ່ວນທັງພາກລັດ, ເອກະຊົນ ແລະ ບຸກຄົນ ມີສ່ວນຮ່ວມສົ່ງເສີມການສຶກສານໍາກັນ. ຕອນນີ້ຂ້ອຍຄິດວ່າ ມັນເປັນໄປໄດ້ບໍ່ທີ່ທາງກະຊວງສຶກສາຈະມີກອງທຶນໜຶ່ງຂຶ້ນມາເພື່ອສົ່ງເສີມນັກຮຽນເກັ່ງ (ຫຼືມີແລ້ວ?) ອາດຈະໃຊ້ຮູບແບບການລະດົມທຶນບໍລິຈາກນໍາບັນດາສໍານັກງານອົງການ, ບໍລິສັດ, ບຸກຄົນ ແລະ ນິຕິບຸກຄົນໃນສັງຄົມ. ຂ້ອຍເຊື່ອວ່າຄົນມີນໍ້າໃຈໃນສັງຄົມລາວມີຫຼາຍ ບັນດາບໍລິສັດໃຫຍ່ໆກໍມີຫຼາຍ ຄວນພາກັນຫຼຽວມາເບິ່ງໃນຈຸດນີ້ ແລະ ຊ່ວຍກັນຊຸກຍູ້ສົ່ງເສີມ ບໍ່ສະເພາະແຕ່ລະດັບຊາດດອກ ລະດັບອື່ນກໍເຊັ່ນດຽວກັນ. ເມື່ອລາງວັນສູງຂຶ້ນມັນໜ້າຈະເປັນແຮງຊຸກດັນໃຫ້ນັກຮຽນມີກໍາລັງແຮງໃຈແຂ່ງຂັນກັນຮຽນຫຼາຍຂຶ້ນ ແລະ ລາງວັນນັ້ນມັນຈະສາມາດເປັນທຶນຮອນສົ່ງເສີມໃຫ້ຄົນເກັ່ງໄດ້ເດີນຕາມຄວາມໄຝ່ຝັນຂອງເຂົາເຈົ້າຕໍ່ໄປໄດ້.

ນີ້ເປັນພຽງປະສົບການ ແລະ ແນວຄວາມຄິດສ່ວນຕົວເທົ່ານັ້ນເດີ ຖ້າຜິດພາດປະການໃດກໍຂໍໂທດຂໍອະໄພນໍາ. ຖ້າໃຜຫາກມີຄວາມຄິດເຫັນແນວໃດ ຫຼື ມີປະສົບການຢາກແລກປ່ຽນກໍາສາມາດແລກປ່ຽນນໍາກັນໄດ້

ທີ່ມາ:  https://web.facebook.com/profile.php?id=100003403449679

 

 

ປະສົບການຄັ້ງໜຶ່ງທີ່ໄດ້ເຂົ້າຮ່ວມໂຄງການ JENESYS 2017 ທີ່ປະເທດຍີ່ປຸ່ນ

ການເຂົ້າຮ່ວມໂຄງການ JENESYS 2017 Japan-ASEAN Students Conference ໃນໄລຍະວັນທີ 19-26 ກັນຍາ 2017 ນີ້ ແມ່ນປະສົບການອັນລໍ້າຄ່າທີ່ສຸດ ເນື່ອງຈາກໄດ້ຮຽນຮູ້ຫຼາຍຢ່າງທາງດ້ານສິ່ງແວດລ້ອມ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະອື່ນໆ ໂດຍສະເພາະແມ່ນການຈັດການບັນຫາສິ່ງແວດລ້ອມຂອງ່ນເຊິ່ງເປັນໜຶ່ງໃນສີ່ຫົວຂໍ້ຫຼັກຂອງໂຄງການເຊັ່ນ

  • ໄພພິບັດທາງທໍາມະຊາດ (Natural disaster)
  • ການພັດທະນາເສດຖະກິດ (Economic development)
  • ບັນຫາສິ່ງແວດລ້ອມ (Environmental problems)
  • ກິດຈະກໍາໃນຊຸມຊົນ (Social activities in community)   img_20170919_112440.jpg    ແຕ່ໃນທີ່ນີ້ຈະເວົ້າສະເພາະການທັດສະນະສຶກສາຢູ່ສະຖານທີ່ຕ່າງໆເທົົ່ານັ້ນ
  1. ສູນກໍາຈັດຂີ້ເຫຍື້ອຊູມິດະ (Sumida Incineration Plant)

     

ມັນໜ້າອັດສະຈັນຫຼາຍທີ່ເຫັນຕຶກໜຶ່ງເຊິ່ງມີສະພາບແວດລ້ອມທີ່ດີ ມີຕົ້ນໄມ້ໃບຫຍ້າຂຽວງາມອ້ອມຮອບ ມີສຽງດົນຕີເປີດປະສານກັນ ເມື່ອສໍາພັດແລ້ວແລ້ວຮູ້ສຶກຄ້າຍຄືວ່າກໍາລັງຢູ່ສວນສາທາລະນະຫຼືສວນສະໜຸກ Disney land ແຕ່ວ່າຄວາມຈິງແລ້ວ ຕຶກແຫ່ງນີ້ເປັນສູນກໍາຈັດຂີ້ເຫຍື້ອນັ້ນເອງ. ບໍ່ໜ້າເຊື່ອເລີຍວ່າສູນກໍາຈັດຂີ້ເຫຍື້ອມັນຈະງົດງາມປານສວນສາທາລະນະ ແລະເມື່ອເຂົ້າໄປທາງໃນມັນປຽບດັ່ງຫໍພິພິດທະພັນ. ລະບົບການທໍາລາຍຂີ້ເຫຍື້ອແມ່ນທັນສະໄໝຫຼາຍໂດຍການໃຊ້ອຸນຫະພູມສູງຫຼອມຂີ້ເຫຍື້ອໃຫ້ເປື່ອຍໝົດ ແລ້ວຈຶ່ງມີກາສເຮັດໃຫ້ມັນເຢັນ ຈາກນັ້ນຈຶ່ງໄປຜ່ານຂະບວນການກັ່ນຕອງຫຼາຍຂັ້ນຕອນ ທັງພາກສ່ວນທີ່ເປັນຂອງແຂງ, ຂອງແຫຼວ ແລະກາສ ເຊິ່ງຈະບໍ່ມີອາຍພິດ, ນໍ້າເປື້ອນ ແລະກິນເໝັນອອກສູ່ສິ່ງແວດລ້ອມອ້ອມຂ້າງ ພ້ອມນັ້ນການປະຕິບັດວຽກງານພາຍໃນກໍບໍ່ສົ່ງສຽງດັງສູ່ພາຍນອກ ເຮັດໃຫ້ຕຶກດັ່ງກ່າວເບິ່ງຄືວ່າເປັນຕຶກທົ່ວໆໄປເທົ່ານັ້ນ ບໍ່ຄິດວ່າຈະເປັນສູນກໍາຈັດຂີ້ເຫຍື້ອສະເລ່ຍ 600 ໂຕນຕໍ່ມື້

  1.    Gas Science Museum

ເມື່ອຍ່າງເຂົ້າປະຕູໄປທຳອິດເຮົາຈະສັງເກດເຫັນໄດ້ເລີຍວ່າມັນເປັນພິທິຕະພັນທີ່ໃຫຍ່ຫລາຍ ດ້ານຫລັງຂອງຕຶກຈະເຫັນວິວຂອງທະເລ ແລະ ຄົນຍີ່ປຸ່ນຫລາຍຄົນກໍໄດ້ພາຫມາມາຍ່າງຫລິ້ນ ອອກກຳລັງກາຍກັນ.

ນອກຈາກນີ້ສິ່ງທີ່ເຮົາສາມາດສັງເກດໄດ້ຍ່າງເດັ່ນຊັດເຊັ່ນກັນນັ້ນກໍຄື ລູກບອລລູນໃຫຍ່ທີ່ຕັ້ງຢູ່ທາງກາງຂອງຫ້ອງໂຖງ ມັນມີໄຟເປີດໃສ່ບອລລູນໂຕນັ້ນຕະຫລອດເວລາ, ນອກຈາກນີ້ຍັງມີປຸ໋ມເປີດໄຟ ເພື່ອເພີ່ມໄຟໃສ່ບອລລູນອີກດ້ວຍ ເມື່ອພວກເຮົາໄດ້ລອງເປີດ ແລະ ຖ້າເບິ່ງປະຕິກິລິຍາທີ່ເກີດຂຶ້ນພວກເຮົາກໍ່ເຫັນລູກບອລລູນລອຍຂຶ້ນໄປສູງ ແລ້ວກໍກັບລົງມາຕັ້ງບ່ອນເກົ່າ ມັນເຮັດໃຫ້ພວກເຮົາປະທັບໃຈກັບສິ່ງທີ່ພວກເຂົາປະດັບປະດາໃສ່ພິທິຕະພັນແລ້ວ. ເມື່ອຍ່າງເຂົາໄປອີກ ພວກເຮົາກໍເຫັນກຸ່ມຂອງເດັກນ້ອຍປະຖົມທີ່ມາທັດສະນະສຶກສາ ແລະ ຮຽນຮູ້ກ່ຽວກັບແກັສ, ຄຸນປະໂຫຍດ ແລະ ລະບົບແກສທີ່ພວກເຮົາໃຊ້ໃນຄົວເຮືອນ. ຈາກທີ່ພວກເຮົາໄດ້ໄປມາ ພວກເຮົາເຫັນວ່າພິທິຕະພັນນີ້ບໍ່ໄດ້ຫນ້າເບື່ອເລີຍ ເພາະມັນມີສິ່ງໃຫ້ຫລິ້ນຫລາຍຫລາຍຢ່າງທີ່ສອດແຊກດ້ວຍຄວາມຮູ້ແລະຂໍ້ມູນຕ່າງໆ ເຊັ່ນ: ເກມກ່ຽວກັບພະລັງງານ ທີ່ຈະມີລູກເຕົ໋າໃຫ້ເຮົາຈະວ່າງແຕ່ລະພະລັງງານຢ່າງຖືກຕ້ອງ, ເກມທີ່ໃຊ້ພະລັງງານລົມເປົ່າຫມາກບານນ້ອຍໃຫ້ຕົກຕາມຮູ ແລະ ອື່ນໆອີກຫລາຍຢ່າງ. ທີ່ສຳຄັນໄປກວ່ານັ້ນ ພິທິຕະພັນນີ້ ສາມາດເຂົ້າໄດ້ຟຣີ ພະນັກງານກໍຍິ້ມແຍ້ມແຈ່ມໃສ ບໍລິການດີ.

  1. Exchange with Green Bird (volunteer cleaning activity) at Kitakyushu city21879378_120655348574815_3770433849356451840_n.jpg

ເຖິງປະເທດຍິ່ປຸ່ນຈະເປັນປະເທດທີ່ສະອາດຢູ່ແລ້ວແຕ່ກິດຈະກໍາເພື່ອປົກປັກຮັກສາສິ່ງແວດລ້ອມຂອງຊາວໝຸ່ມໃນໂຮງຮຽນກໍຍັງມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະເປັນຂະບວນຟົດຟື້ນເພາະພວກເຂົາບໍ່ຖືເບົາຕໍ່າບັນຫາສິ່ງແວດລ້ອມ. ພວກເຂົາໄດ້ໃສ່ໃຈໃຫ້ທຸກພາກສ່ວນມີສ່ວນຮ່ວມນໍາກັນໂດຍເລີ່ມຈາກການສ້າງຈິດສໍານຶກໃຫ້ຄົນຮຸ່ນໜຸ່ມນ້ອຍຂຶ້ນໄປ. Green bird ເປັນກຸ່ມໄວໜຸ່ມອາສາສະໝັກທີ່ສະແດງໃຫ້ເຫັນເຖິງຄວາມບໍ່ຖືເບົາຕໍ່ບັນຫາສິ່ງແວດລ້ອມ ແລະກໍເປັນຄວາມຕື່ນຕົວຂອງໄວໜຸ່ມ ນັກຮຽນ-ນັກສຶກສາ ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມກໍຄືສັງຄົມ ເຊິ່ງປັດຈຸບັນກຸ່ມອາສາສະໝັກດັ່ງກ່າວກໍຖືກຂະຫຍາຍໄປສູ່ຫຼາຍໂຮງຮຽນໃນກິຕະກິວຊູ ແລະເມືອງອ້ອມຂ້າງ ພ້ອມນັ້ນກໍຍັງມີການເຄື່ອນໄຫວຢູ່ຕ່າງປະເທດນໍາອີກ.

  1. ຫໍພິພິດທະພັນສິ່ງແວດລ້ອມກິຕະກິວຊຸ (Kitakyushu Environment Museum)

ສະຖານທີ່ນີ້ຖືວ່າເປັນແຫຼ່ງຂໍ້ມູນທີ່ດີທີ່ໄດ້ຮວບຮວມເອົາບັນດາສະພາບບັນຫາຕ່າງໆກ່ຽວກັບສິ່ງແວດລ້ອມພາຍໃນເມືອງກິຕະກິວຊຸໃນແຕ່ລະໄລຍະ ໃນນັ້ນ ຊຸມປີ 1960 ເມືອງດັ່ງກ່າວເປັນເມືອງອຸດສາຫະກໍາທີ່ມີສະພາບແວດລ້ອມໂຫດຮ້າຍທີ່ສຸດ ອາກາດພາຍໃນເມືອງປົກຫຸ້ມດ້ວຍອາຍຄວັນ ແລະຝຸ່ນລະອອງພິດ ສ່ວນນໍ້າທະເລກໍກາຍເປັນທະເລສີເຫຼືອງແດງບໍ່ມີສິ່ງທີ່ມີຊີວິດສາມາດອາໄສຢູ່ໄດ້ ແຕ່ໄລຍະຕໍ່ມາລັດຖະບານໄດ້ດໍາເນີນແຜນພັດທະນາໃຫ້ເປັນເມືອງເຕັກໂນໂລຊີ ແລະສິ່ງແວດລ້ອມ ໂດຍມີການຮ່ວມມືກັບອົງການສາກົນ, ຮ່ວມມືກັບພາກເອກະຊົນ ແລະປະຊາຊົນ ຈົນເຮັດໃຫ້ເມືອງດັ່ງກ່າວກາຍມາເປັນເມືອງເທັກໂນໂລຊີສີຂຽວ ແລະເປັນໜຶ່ງໃນເມືອງແບບຢ່າງຂອງໂລກທີ່ພັດທະນາເສດຖະກິດຄຽງຄູ່ກັບສິ່ງແວດລ້ອມ.

ໃນຂະນະດຽວກັນນັ້ນກໍຍັງໄດ້ໄປຢ້ຽມຢາມເຮືອນທີ່ເປັນມິດຕໍ່ສິ່ງແວດລ້ອມຫຼື Kitakyushu Eco House ເຊິ່ງຢູ່ໃນບໍລິເວນດຽວກັບຫໍພິພິດທະພັນດັ່ງກ່າວ. IMG_20170922_103445.jpgສ່ວນປະກອບຂອງເຮືອນດັ່ງກ່າວແມ່ນເຮັດຈາກວັດສະດຸຫຼືສິ່ງຂອງເຫຼືອໃຊ້ເກືອບທັງໝົດເຊັ່ນ ເດິ່ນຫຼິ້ນໜ້າເຮືອນເຮັດຈາກເສດເຈ້ຍປະສົມໄມ້, ຝາເຮັດດ້ວຍດິນພູໄຟ… ພ້ອມນັ້ນ ຫຼັງຄາເຮືອນກໍສາມາດເກັບແສງຕາເວັນເພື່ອຜະລິດເປັນພະລັງງານໄຟຟ້າໃຊ້ໃນເຮືອນ.

5.   ສູນບໍາບັດນໍ້າເສຍຮິອະກາຣິ (Hiagari Sewage Treatment Plant)IMG_20170922_150115.jpg

ສູນບໍາບັດນໍ້າເສຍຈາກບ້ານເຮືອນແຫ່ງນີ້ເປັນການແກ້ໄຂບັນຫານໍ້າເສຍໄດ້ດີທີ່ສຸດເພື່ອບໍ່ໃຫ້ນໍ້າເສຍໄຫຼລົງສູ່ແມ່ນໍ້າຫຼືທະເລ. ການບໍາບັດນໍ້າເສຍຢູ່ສະຖານທີ່ແຫ່ງນີີ້ແມ່ນໄດ້ມີລະບົບ ແລະເທັກໂນໂລຢີທີ່ທັນສະໄໝເພື່ອບໍາບັດນໍ້າເສຍໃຫ້ກາຍເປັນນໍ້າທີ່ສະອາດກ່ອນປ່ອຍລົງສູ່ແມ່ນໍ້າທະເລ ເຊິ່ງມື້ໜຶ່ງສາມາດບໍາບັດນໍ້າເສຍໄດ້ປະມານ 263 000 ແມັດກ້ອນ.

6.   Kokura Castle, Yasaka Shrine and Kokura Castle Garden

      ເປັນປະສົບການທີ່ຫາໃສບໍ່ໄດ້ເລີຍໃນການສຶກສາວັດທະນະທຳຂອງຢີ່ປຸ່ນ ເພາະໃນລະຫວ່າງຢູ່ທີ່ເມືອງ fukuoka ກໍ່ໄດ້ມີໂອກາດເຂົ້າຢຽມປະສາດໂກກູລາ ເຊິ່ງພາຍໃນຈະມີສິ່ງຂອງເສື້ອຜ້າຂອງຄົນໃນສະໄຫມຍຸກຊະມູໄລ ທີ່ສະແດງເຖິງການດຳລົງຊີວິດແລະວິທີຊີວິດຂອງພວກເຂົາ ນອກຈາກນີ້ຍັງມີພາບ CG ທີ່ສະແດງພາບໃນສະໄຫມກ່ອນອີກດ້ວຍ.

ເມື່ອອອກຈາກປະສາດໄປແມ່ນໄດ້ຍ່າງໄປທີ່ ສານຢາສາກາ ເຊິ່ງຜູ້ຄົນມັກມາໄຫວ້, ຂໍພອນຈາກສິ່ງສັກສິດ ເບິ່ງໄປເບິ່ງມາແລ້ວກໍ່ຄືກັບການເຂົ້າວັດຢູ່ບ້ານເຮົານັ້ນເອງ ທັງນີ້ຍັງໄດ້ເຫັນວິທີທີ່ຄົນຢີ່ປຸ່ນລ້າງມືອີກດ້ວຍ ເຊິ່ງມີຂັ້ນຕອນທີ່ພິຖີວິຖັນຫຼາຍ.

ກ່ອນຈະຮອດໂມງໃນການຮັບປະທານອາຫານສວາຍແມ່ນ ເພິ່ນໄດ້ໃຫ້ອິດສະຫຼະໃນການຢ່າງຫຼິ້ນໃນ ສວນ ປະສາດໂກກູລະ ເຊິ່ງຖືກແບ່ງອອກເປັນ 3 ສ່ວນດ້ວຍກັນ ຄື ສວນ, ຫ້ອງຮັບແຂກ ແລະ ສ່ວນສຳຜັດປະສົບການ.  ສວນແຫ່ງນີ້ໃຊ້ວິທີການຕົກແຕ່ງແບບອັດສະລິຍະການຈັດສວນຂອງ ຊິເຊັນ ໄຄຍູຊິກິ ຈະມີຄວາມເປັນທຳມະຊາດ ບໍ່ວ່າຈະເປັນຫນອງນ້ຳທີ່ໃສ ແລະ ຕົນໄມ້ອ້ອມຮອບ ເມື່ອຍ່າງຂຶ້ນໄປພາຍໃນບ້ານຈະເຫັນຫ້ອງຮັບແຂກສະໄຕຣໂບຣານຂອງຢີ່ປຸ່ນ ທີ່ນ່າສົນໃຈຫຼາຍ ອາກາດກໍ່ບໍລິສຸດ ເປັນຕາຢູ່ຢ່າງແທ້ຈິງ.IMG_20170923_111027 ໃນສ່ວນຂອງຫ້ອງສຳພັດປະສົບການແມ່ນເຮົາຂະໄດ້ຮູ້ເຖິງວິຖີການຊົງຊາຂອງຄົນຢີ່ປຸ່ນທີ່ໃຊ້ຊຸດປະຈຳຊາດອອກມາ ຊົງຊາໃຫ້ເບິ່ງສົດໆ ພ້ອມທັງເສີບໃຫ້ດື່ມກັບຂະໜົມສະເພາະກິນແກ້ເພາະຊາແທ້ຂອງຢີ່ປຸ່ນມີລົດຊາດຄົມຫຼາຍ. ນອກຈາກນີ້ເພິ່ນຍັງໄດ້ອະທິບາຍຮູບແບບຂອງເຄື່ອງນຸ່ງປະຈຳຊາດໃນແຕ່ລະສ່ວນຢ່າງລະອຽດ ເຊິ່ງໃຫ້ຄວາມຮູ້ຢ່າງຫຼວງຫຼາຍໃນການມາທັດສະນະຢູ່ບ່ອນນີ້.

  1.    Mojiko retro

      ເມື່ອຮັບປະທານອາຫານສຳເລັດກໍ່ເດີນທາງສູ່ mojiko retro ທາງຜູ້ປະສານງານເພິ່ນໄດ້ໃຫ້ເວລາ 1 ຊົ່ວໂມງໃນການຍ່າງເລາະຫຼິ້ນຕາມອັດຕະຍະໄສ ເຊິ່ງເປັນທ່າເຮືອທີ່ມີຮ້ານຂາຍອາຫານແລະຫ້າງນ້ອຍໆຈຳນວນຫຼາຍ ເບິ່ງຄືກັບວ່າເປັນງານຮ່ວມອາຫານກໍ່ວ່າໄດ້ ເພາະມີອາຫານຢີ່ປຸ່ນຂາຍເຕັມໄປໝົົດທັງຂອງຄາວແລະຫວານ ຕັ້ງເປັນບູ໋ດຕໍ່ໆກັນໄປ ສ່ວນຫ້າງກໍ່ມີເຄື່ອງຝາກຂອງຕ້ອນຕ່າງໆຈຳນວນຫຼາຍ ເບິ່ງລວມແລ້ວກໍ່ຄືກັບຕະຫຼາດກາງຄືນບ້ານເຮົາແຕ່ມີວິວທະເລທີ່ສວຍງາມແລະອາກາດດີ ບໍ່ແປກໃຈທີ່ມີນັກທ່ອງທ່ຽວຈຳນວນຫຼາຍມາທ່ຽວ.

      ພາຍຫຼັງຫມົດເວລາ 1 ຊົ່ວໂມງແລ້ວ ກໍ່ໄດ້ເຂົ້າຮ່ວມ workshop 1 ໂອລົມພາຍໃນກຸ່ມນ້ອຍເພື່ອຊອກຫາບັນຫາທີ່10 ປະເທດອາຊຽນກຳລັງປະເຊີນແລະຫາວິທີແກ້ໄຂບັນຫາຮ່ວມກັນ ແລະ ໄດ້ແບ່ງປັນຂໍ້ມູນໄປຍັງກຸ່ມໃຫຍ່ ເພື່ອທີ່ຈະໄດ້ສະຫລຸບເປັນ action plan  ແລະ ບົດພຣີເຊັ້ນໃນມື້ສຸດທ້າຍຂອງໂປຣແກຣມ.IMG_20170924_165642

  ສຸດທ້າຍນີ້ພວກເຮົາກໍ່ຕ້ອງຂໍຂອບໃຈມາຍັງໂຄງການ JICE, JENESYS, ຍີ່ປຸ່ນ ແລະ ສູນກາງຊາວຫນຸ່ມທີ່ມອບໂອກາດດີໃຫ້ກັບພວກເຮົາໄດ້ເປີດໂລກຫລາຍຂຶ້ນ, ໄດ້ຮຽນຮູ້ວັດທະນະທຳຍີ່ປຸ່ນ ແລະ ບັນດາປະເທດອາຊຽນ, ໄດ້ຮູ້ຈັກຫມູ່ໃຫມ່ ແລະໄດ້ຮຽນຮູ້ກ່ຽວກັບບັນຫາຂອງຍີ່ປຸ່ນທີ່ເຂົາເຈົ້າເຄີຍປະສົບພົບພໍ້ມາໃນອະດີດ ແລະ ວິທີແກ້ໄຂຂອງເຂົາເຈົ້າ. ພວກເຮົາເອງກໍມີຄວາມຮູ້ສຶກປະທັບໃຈຫລາຍກັບການເຂົ້າຮ່ວມໂຄງການນີ້, ປະທັບໃຈກັບເປົ້າຫມາຍຂອງໂຄງການນີ້ທີ່ວ່າ ປະເທດຍີ່ປຸ່ນເຄີຍປະສົບບັນຫາທາງສິ່ງແວວລ້ອມມາແລ້ວຍ້ອນການພັດທະນາທາງເສດຖະກິດ ແລະ ກວ່າທີ່ຈະເປັນປະເທດທີ່ພັດທະນາແລ້ວໄດ້ຕ້ອງໄດ້ຜ່ານບັນຫາ ແລະ ແກ້ບັນຫາຫລາຍຢ່າງ ເຊິ່ງນີ້ກໍຄືເຫດຜົນທີ່ມີໂຄງການນີ້ເກີດຂຶ້ນ ຍ້ອນວ່າ10ປະເທດອາຊຽນເປັນປະເທດທີ່ກຳລັງພັດທະນາ ຍີ່ປຸ່ນຢາກໃຫ້ເຮົາໄດ້ມາຮຽນຮູ້ນຳເຂົາເຈົ້າ ເພື່ອບໍ່ໃຫ້ເຮົາຕ້ອງພະເຊີນກັບບັນຫາທາງສິ່ງແວດລ້ອມທີ່ຮຸນແຮງ ແລະ ຍີ່ປຸ່ນຍັງພິສູດໃຫ້ພວກເຮົາເຫັນແລ້ວວ່າການພັດທະນາທາງເສດຖະກິດສາມາດໄປຄຽງຄູ່ກັບສະພາບແວດລ້ອມທີ່ດີໄດ້.

 

5 ເຄັບລັບຮຽນໃຫ້ເກັ່ງ ຈາກອະດີດນັກຮຽນເກັ່ງລະດັບຊາດ

ເມື່ອເວົ້າເຖິງຊີວິດການເປັນນັກຮຽນ ຫຼາຍໆຄົນກໍໄຝ່ຝັນຢາກຮຽນໃຫ້ເກັ່ງໆ ແລະມີຄວາມຮູ້ຮອບດ້ານ ແຕ່ໃນຂະນະດຽວກັນນັ້ນ ນັກຮຽນຫຼາຍຄົນພັດມັກເວົ້າວ່າຕົນເອງສະໝອງປຶກ ຕົນເອງຮຽນບໍ່ໄດ້ຍ້ອນເຫດຜົນນັ້ນນີ້ຕ່າງໆນາໆ ເຊິ່ງຄວາມຈິງແລ້ວຕົນເອງບໍ່ໄດ້ປຶກເລີຍ.IMG_27309273994907

ຍ້ອນການຮຽນເກັ່ງເປັນສິ່ງທີ່ນັກຮຽນຫຼາຍຄົນປາຖະໜາ ສະນັ້ນ ມື້ນີ້ທາງເວັບໄຊ້ເຮົາຈຶ່ງນໍາເອົາເຄັດລັບດີໆ 5 ຂໍ້ ເຮັດແນວໃດຈຶ່ງຈະຮຽນເກັ່ງ ຈາກ ຈັນແດງ ທອງສະໄໝ ອະດີດນັກຮຽນເກັ່ງລະດັບຊາດ ແລະນັກຮຽນໃບປະກາດແດງ (2014) ມາໃຫ້ນ້ອງໆໄດ້ອ່ານນໍາກັນ.

1. ຢ່າຄິດວ່າຕົນເອງໂງ່

IMG_20140506_120727ການຄິດວ່າຕົນເອງໂງ່ຈະເປັນອຸປະສັກທີ່ສຸດສໍາລັບການຮຽນ ເພາະຖ້າເຮົາຄິດວ່າໂງ່ເຮົາກໍຈະຂາດກໍາລັງໃຈ ແລະບໍ່ຄວາມກະຕືລືລົ້ນຕໍ່ການຮຽນ ທີ່ເວົ້າແນວນີ້ກໍບໍ່ໝາຍຄວາມວ່າຈະໃຫ້ໄປກ່າວໂມ້ໂອ້ອວດຄົນອື່ນວ່າຕົນເອງເກັ່ງ ຕົນເອງສະຫຼາດ ແຕ່ຕ້ອງເປັນຄົນທີ່ມີຄວາມກ້າ ມີຄວາມໝັ້ນໃຈຕົນເອງ ເມື່ອອາຈານຖາມໃຫ້ຮີບຕອບ ຖືກບໍ່ຖືກເອົາໄວ້ຕາມຫຼັງ ແລະເມື່ອໃດອາຈານເປີດໂອກາດໃຫ້ຖາມກໍຕ້ອງຖາມຖ້າມີຂໍ້ສົງໄສຕ່າງໆ ເພາະການເຮັດແບບນີ້ຈະເຮັດໃຫ້ເຮົາຈື່ບົດຮຽນດີທີ່ສຸດ ມັນຕ່າງຈາກການນັ່ງອົມປາກຢູ່ເພື່ອຖ້າອາຈານວ່າ “ເຂົ້າໃຈບໍ່” ແລ້ວຕອບວ່າ “ເຂົ້າໃຈ” ທັງໆທີ່ຍັງມືດຕຶບຢູ່.

2. ຢ່າຊັງອາຈານ

FB_IMG_1483633159931ຂໍບອກເລີຍວ່າຖ້າໃຜຊັງອາຈານວິຊາໃດມັກມີໂອກາດອ່ອນວິຊານັ້ນ ເນື່ອງຈາກແນວຄິດ “ບໍ່ມັກອາຈານ” ມັນຈະມີຜົນເຮັດໃຫ້ເຮົາບໍ່ໃສ່ໃຈຕໍ່ການຮຽນວິຊານັ້ນ ແບບວ່າເອົາຫູໄປນາເອົາຕາໄປໄຮ່ ບໍ່ຖາມ ບໍ່ຕອບ ບໍ່ສະແດງຄໍາຄິດເຫັນ ແລະສຸດທ້າຍກໍກາຍເປັນຄົນຮຽນອ່ອນໃນວິຊານັ້ນ.

3. ຮຽນທຸກຢ່າງທີ່ຂວາງໜ້າ

IMG_774655669290.jpegຄວາມຈິງກໍບໍ່ແມ່ນວ່າຊິຮຽນໝົດທຸກອັນທຸກແນວດອກ ພຽງແຕ່ຢາກບອກວ່າ ພະຍາຍາມຊອກຮຽນຮູ້ໃຫ້ຫຼາຍໆເມື່ອມີໂອກາດ ຮຽນຫຼາຍແນວຮູ້ຫຼາຍອັນ ເຊັ່ນ ດ້ານກິລາກໍໃຫ້ໄດ້ ສິລະປະກໍໃຫ້ເປັນ ພາສາຕ່າງປະເທດກໍໃຫ້ເກັ່ງ ຄອມພິວເຕີກໍໃຫ້ຮູ້ ການເມືອງ ທຸລະກິດ ບລາ ບລາ ບລາ…ຮຽນໄປໂລດ ແຕ່…..ຢ່າລືມວ່າເຮົາຕ້ອງເລືອກເອົາສິ່ງໃດສິ່ງໜຶ່ງທີ່ເຮົາມັກ ແລະຖະໜັດທີ່ສຸດພຽງຢ່າງດຽວມາເປັນວິຊາຫຼັກແລ້ວພັດທະນາມັນໃຫ້ເກັ່ງທີ່ສຸດ ຕົວຢ່າງວ່າ ມັກຮຽນກ່ຽວກັບໄອທີ ກໍໃຫ້ຕັ້ງເປົ້າໝາຍໄວ້ໂລດວ່າເຮົາຕ້ອງເປັນນັກໄອທີທີ່ເກັ່ງທີ່ສຸດໃນປະເທດລາວ ເພື່ອສ້າງແຮງຈູງໃຈໃຫ້ເຮົາຢາກຮຽນມັນ ສ່ວນເລື່ອງອື່ນໆຈຶ່ງຮຽນເປັນອັນສໍາຮອງ 1-2-3…ຕໍ່ໆໄປ ປະມານວ່າຮຽນໄວ້ໃຫ້ຮູ້ພໍຄົນອື່ນຕົວະບໍ່ໄດ້.

4.ພົກພາປື້ມໄປນໍາທຸກບ່ອນ

FB_IMG_1496449747165ເວົ້າແທ້ ຄັນເຮົາພົກພາປື້ມຕິດຕົວໄປມາແບບພົກພາໂທລະສັບນີ້ຄືຊິດີ ແຕ່…ມັນຄົງຍາກທີ່ຈະເປັນແບບນັ້ນ ແນວໃດກໍດີ ສິ່ງທີ່ຢາກເວົ້າໃນຂໍ້ນີ້ກໍຄືຢາກໃຫ້ມີປື້ມມີບິກແດ່ ອັນຢູ່ໃນຖົງຫັ້ນ ບໍ່ແມ່ນຊິມີແຕ່ເຄື່ອງສໍາອາງ ຄັນວ່າຢາກເກັ່ງແທ້ກໍລອງພົກພາປຶ້ມລອງເບິ່ງ ບາງເທື່ອເຮົາອາດຈະມັກປຶ້ມຫຼາຍຂຶ້ນ ຫຼືແມ່ນ່ໂທລະສັບກໍເປັນຄືກັບຫໍສະໝຸດແຫ່ງໜຶ່ງຄືກັນຖ້າເຮົາໃຫ້ມັນເປັນ.

5. ຕອນເຊົ້າກິນເຂົ້າກັບເກືອ ຕອນແລງກິນເຂົ້າກັບແຈ່ວIMG_20140505_122402

ເຫດຜົນບໍ່ແມ່ນຍ້ອນເກືອມີສານໄອໂອດິນຫຼືໝາກເຜັດມີວິຕາມິນຊີດອກ ຄວາມໝາຍທີ່ຢາກສື່ໃຫ້ຮູ້ກໍຄືຄວາມອົດທົນຜ່ານທຸກຜ່ານຍາກ ເພາະເສັ້ນທາງຊີວິດຂອງແຕ່ລະຄົນມັນບໍ່ຄືກັນ ບາງຄົນຕ້ອງຍ່າງໄປໂຮງຮຽນເປັນຊົ່ວໂມງໃນຂະນະຄົນອື່ນຂີ່ລົດໄປ ບາງຄົນບໍ່ມີເຄື່ອງນຸ່ງງາມໃສ່ຄືໝູ່ ບາງຄົນເລີກຮຽນໄປຮອດເຮືອນໄດ້ກິນແຕ່ເຂົ້່າຈໍ້າແຈ່ວ ແລະອີກຫຼາຍໆບັນຫາທີ່ເຂົ້າມາຈ່ອງດຶງກໍາລັງໃຈເຮົາລົງ ສະນັ້ນເຮົາຕ້ອງເຂັ້ມແຂງ ແລະ່ເຊື່ອໜັ້ນສະເໝີວ່າການຮຽນຈະນໍາເຮົາໄປສູ່ຄວາມສໍາເລັດແນ່ນອນ.

ສຸດທ້າຍຂອງຝາກໄວ້ວ່າ ຍິ່ງເຮົາເກີດມາທຸກສໍ່າໃດ ເຮົາຍິ່ງຈໍາເປັນຕ້ອງຮຽນຫຼາຍເທົ່ານັ້ນ 

ຂອບໃຈ: ຈັນແດງ ທອງສະໄໝ   Facebook : Chandeng Hunger Thongsamai LntIMG_20170807_210954

ຮຽນສື່ສານມວນຊົນ ດີຕໍ່ໃຈ…

ຈົບ ມ.7 ແລ້ວ…ຄິດບໍ່ອອກວ່າຊິຮຽນຕໍ່ສາຍຫຍັງ???ຮຽນສື່ສານມວນຊົນນີ້ລະດີ! ຮຽນ 4 ປີຢູ່ ມຊ ຈົບຂ່າວ 555FB_IMG_1499005720043

ສື່ສານມວນຊົນຮຽນກ່ຽວກັບຫຍັງ?

IMG-20170507-WA0013 ຢາກບອກວ່າ ຮຽນແນວຄັກໆຫັ້ນລະeee

IMG-20170617-WA0007

– ຫຼັກໆກໍແມ່ນການຂຽນຂ່າວ (ຂໍຢໍ້າວ່າຂຽນຂ່າວ) ໂດຍສະເພາະແມ່ນຂ່າວໜັງສືພິມ ພ້ອມນັ້ນກໍຍັງໄດ້ຮຽນຂຽນບົດປະເພດອື່ນໆອີກເຊັ່ນ ບົດຄວາມ, ບົດຮຽງຄວາມ, ບົດສາລະຄະດີ ແລະບລາໆໆໆ.IMG-20170510-WA0107

– ຮຽນຈັດໜ້າ (ອອກແບບ) ວາລະສານ, ໜັງສືພິມ, ໂປສເຕີ້…IMG-20170510-WA0140

– ຮຽນຜະລິດລາຍການວິທະຍຸ ແລະໂທລະພາບ ເຊັ່ນ ວິທີການ ແລະທັກສະໃນການເປັນຜູ້ປະກາດຂ່າວ, ລາຍງານຂ່າວ, ໂຄສົກ, ພິທີກອນ, ການສໍາພາດ ແລະພາກສະໜອກພາກສະໝາມມີໝົດIMG_20170526_123805

– ພ້ອມນັ້ນກໍຍັງໄດ້ຮຽນສ້າງຮູບເງົາ ແລະສາລະຄະດີສັ້ນອີກIMG-20170526-WA0062– ເດັກສື່ສານມີສະເໜ່ຍ້ອນຈັບກ້ອງຖ່າຍຮູບ, ກ້ອງຖ່າຍວິດີໂອວົນວຽນຢູ່ໃນ ມຊ ຫັ້ນລະ ຈົນເວົ້າໄດ້ວ່າເຫັນໜ້າເກືອບທຸກງານ555IMG-20170526-WA0032

– ຮຽນຫຼາຍຢ່າງ ບລາໆໆໆ…IMG_20170501_113556

– ພິເສດ ຂໍບອກວ່າທຸກອັນທີ່ຮຽນແມ່ນຈະໄດ້ລົງພາກປະຕິບດຕົວຈິງໝົດIMG_20170424_202743

ຈົບແລ້ວຊິຮູ້ຫຍັງແດ່? (ຄັນຕັ້ງໃຈຮຽນ)

– ຮູ້ຂຽນຂ່າວ, ບົດຄວາມ, ສາລະຄະດີ…IMG_20170702_205022

– ຮູ້ຖ່າຍຮູບ ແລະວິດີໂອ (ທີ່ງາມ) ໂດຍມີຫຼັກກອກຫຼັກການ…IMG_20170429_161616

– ຮູ້ອອກແບບໜັງສືພິມ, ວາລະສານ, ໂປສເຕີ້…IMG_20170623_205104

– ຮູ້ຕັດຕໍ່ວິດີໂອ, ຕັດຕໍ່ສຽງ…IMG_20170524_094915.jpg

– ຮູ້ຫຼາຍໆແນວ ຢາກຮູ້ຕ້ອງມາສໍາຜັດເອງ555IMG_20170526_011649

ຈົບແລ້ວຊິເຮັດວຽກຢູ່ໃສ?FB_IMG_1499004916670

– ບໍ່ຕ້ອງຢ້ານວ່າຊິວ່າງງານ ເຮັດຢູ່ໃສກະໄດ້ເຊັ່ນ ລ້ຽງໝູ, ປູກກ້ວຍ… ໂອຍ! ບໍ່ແມ່ນລະ… ເຮັດຢູ່ໃສກະໄດ້ທີ່ກ່ຽວຂ້ອງກັບສື່ມວນຊົນ (ກະຊວງ, ສໍານັກງານອົງການ, ບໍລິສັດ, ທະນາຄານ…ຕ່າງໆນາໆ ກໍລ້ວນແຕ່ມີຂະແໜງສື່ມວນຊົນ)FB_IMG_1499004931179

– ເຮັດນໍາສໍານັກຂ່າວຕ່າງໆ, ໜັງສືພິມ, ວາລະສານ, ສະຖານີວິທະຍຸ, ໂທລະພາບ, ກົມຮູບເງົາ, ບໍລິສັດສ້າງຮູບເງົາ… ມີບໍ່ອຶດFB_IMG_1499005413152.jpg

– ບໍ່ວ່າງງານແນ່ນອນ..

 

ຖ້າສິ່ງທີ່ເວົ້າມາຄືສິ່ງທີເຈົ້າມັກກໍບໍ່ຄວນພາດສາຍນີ້FB_IMG_1499005714184

ຕິດຕາມ & ຕິດຕໍ່ page ນີ້ໄດ້Screenshot_2017-07-02-21-29-12