125 ຄົນເສຍຊີວິດ ເຫດການລະເບີດຢູ່ອີຣັກ

ຢ່າງຫນ້ອຍ 125 ຄົນເສຍຊີວິດ ແລະ ປະມານ 150 ຄົນໄດ້ຮັບບາດເຈັບໃນເຫດລະເບີດ ໂດຍກຸ່ມລັດອິສລາມ (IS) ໃນເມືອງແບກແດດ (Baghdad), ຕໍາຫຼວດອີຣັກກ່າວ.

ເຫດການລົດລະເບີດຄັ້ງທໍາອິດໄດ້ເກີດຂຶ້ນຢູ່ໃກ້ກັບຮ້ານອາຫານ ແລະ ສູນການຄ້າໃນພື້ນໃຈກາງເມືອງກາຣາດາ (Karrada) ທ້າຍໃນວັນເສົານີ້ (ໃກ້ຊິຮອດວັນທິດ). ເຫດການດັ່ງກ່າວໄດ້ເຮັດໃຫ້ຜູ້ຄົນສ່ວນໃຫຍ່ທີ່ກໍາລັງຊື້ຂາຍຢູ່ເຂດນີ້ຕ້ອງຈົບຊີວິດລົງໃນວັນທິດນີ້.

ໄຮເດີ ອັນ ອາບາດິ (Haider al-Abadi) ນາຍົກລັດຖະລັດຖະມົນຕີຂອງອີຣັກ ກໍໄດ້ພົບກັບຝູງຊົນຜູ້ທີ່ເຕັມໄປດ້ວຍຄວາມໂກດແຄ້ນໃນຂະນະທີ່ທ່ານໄປໃນທີ່ເກີດໃນວັນອາທິດນີ້.

ລູກລະເບີດຄັ້ງທີສອງໄດ້ເກີດຂຶ້ນໃນເວລາທ່ຽງຄືນ ໃນຂອບເຂດເມືອງເຊຍ (Shia) ພາກເຫນືອຂອງນະຄອນຫຼວງ ເຊິ່ງມີຜູ້ເສຍຊີວິດເຖິງ 5 ຄົນ.

ເຫດການລະເບີດໃນກາຣາດາຄັ້ງນີ້ໄດ້ກາຍເປັນເຫດການທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດຂອງອີຣັກໃນປີນີ້.  ພາຍຫຼັງທີ່ອາທິດຜ່ານມາ ກໍາລັງຄວາມປອດໄພຂອງອີຣັກ ໄດ້ເຂົ້າໂຈມຕີຍາດເອົາເມືອງຟໍລູຈາ (Falluja) ຈາກລັດອິດສະລາມ (IS). ເຈົ້າໜ້າທີ່ໄດ້ກ່າວວ່າເມືອງດັ່ງກ່າວໄດ້ຖືກໃຊ້ເປັນການເປີດສາກທີ່ກໍ່ໃຫ້ເກີດການບຸກໂຈມຕີໃນເມືອງຫຼວງແບກແດດ.

(ແປຈົນຊິບໍ່ທັນ555 ຜິດພາດປະການໃດຂໍອະໄພນໍາ. ເຫດການຍັງດໍາເນີນຢູ່ ແລະ ຂໍ້ມູນຍັງມີການອັບເດດຕະຫຼອດເວລາ)

Update ເວລາ 21:40 ວັນທີ 03 ກໍລະກົດ 2016

ທີ່ມາ: http://www.cnn.com

80 ຄົນເສຍຊີວິດ ເຫດການລະບີດຢູ່ອີຣັກ

   ເມືອງຫຼວງແບກແດດ (Baghdad) ຂອງອີຣັກໄດ້ເກີດເຫດນອງເລືອດຄັ້ງໃຫຍ່ອີກຄັ້ງຍ້ອນມີເຫດການລົດລະເບີດໃນເມືອງເຖິງ 2 ຄັ້ງໃນອາທິດນີ້.

ເຫດລະເບີດຄັ້ງທໍາອິດແມ່ນໄດ້ເກີດຂື້ນໃນວັນເສົາ ວັນທີ 2 ກໍລະກົດ 2016 ຢູ່ເທິງຖະໜົນທີ່ມີຊື້ຂາຍຢ່່າງຄັບຄາໜາແໜ້ນ ໃຈກາງນະຄອນຫຼວງແບກແດດ ທີ່ຕິດກັບເຂດຊື້ຂາຍເຄື່ອງກາຣາດາ (Karrada shopping areas) ມີຜູ້ເສຍຊີວິດເຖິງ 79 ຄົນ ແລະ ບາດເຈັບ 133 ຄົນ

 ເຫດລະເບີດລູກທີສອງແມ່ນເກີດຂຶ້ນຢູ່ທີ່ຕະຫຼາດກາງແຈ້ງໃນເມືອງຊາບ (Shaap) ຕິດກັບທິດຕາເວັນອອກສຽງໃຕ້ຂອງເມືອງແບກແດດ ເສຍຊີວິດ 1 ຄົນ ແລະບາດເຈັບ 5 ຄົນ, ຕາມການລາຍງານຂອງຕໍາຫຼວດ.

(ຂ່າວຍັງມີຕໍ່ແຕ່ແປຍາກຫຼາຍ555 ແປບໍ່ຄັກບໍ່ແນ່ກໍຂໍໂທດຂໍອາໄພ)

ທີ່ມາ: http://www.cnn.com

 

ສາວເຢຍລະມັນນົມໃຫຍ່ທີ່ສຸດໃນຈັກກະວານ

The German adult model measures 59-28-36, and she supposedly has the largest augmented breasts in the world

Beshine (Mayra Hills)

ຮູບພາບນີ້ແມ່ນແມ່ຍິງສາວຊາວເຢຍລະມັນຊື່ Mayra Hills ຫຼື Beshine (ໃນນາມນາງແບບ) ຜູ້ທີ່ໄດ້ເອກອ້າງຢ່່າງພາກພູມໃຈວ່າເປັນເຈົ້າຂອງນົມປອມ (boobs fake) ທີ່ໃຫຍ່ທີ່ສຸດຂອງໂລກ.

ນາງໄດ້ຜ່າຕັດນົມຂອງຕົນເອງເຊິ່ງປະກອບດ້ວຍນໍ້າເຄັມ 10 ລິດ ແລະ ມີນໍ້າຫນັກຂ້າງລະ 9 ກິໂລ.

ເສື້ອຊ້ອນຂອງນາງມີຂະໜາດ 32Z (ບໍ່ຮູ້ຄືກັນວ່າໃຫຍ່ສໍ່າໃດ555).

ນາງໄດ້ກ່າວໃນ blog ທາງການຂອງນາງວ່າ ” Beshine ມັກໃນການມີ t**s ທີ່ໃຫຍ່ທີ່ສຸດໃນຈັກກະວານ ແລະ ຕ້ອນຮັບທຸກຄົນດ້ວຍການທໍາລາຍສະຖິຕິນົມໃຫຍ່ທີ່ສຸດທີ່ບໍ່ເຄີຍມີໃນປະຫວັດສາດ”  ພ້ອມກັນນັ້ນ, ນາງຍັງໄດ້ເວົ້າອີກວ່າ : ” ມັນເປັນເປັນການປະຈົນໄພຢ່າງໜຶ່ງທີ່ມີນົມໃຫຍ່ແບບນີ້ຢູ່ໃນທີ່ສາທາລະນະ “.

ເວົ້າໄປເວົ້າມາກໍເປັນຕາງຶດຫຼາຍ ວ່າຄິດໄດ້ຈັ່ງໃດThis is Mayra Hills, who is better known online as raunchy model Beshine her real name is rarther apt as she had the biggest fake boobs in the world now

ຜູ້ທີ່ເຮັດໃນສິ່ງທີ່ບໍ່ຄືຄົນອື່ນກ່ອນໝູ່ມັກຈະເປັນຄົນທີ່ໂລກຮູ້ຈັກແບບນີ້ແຫຼະເນາະ ແຕ່ວ່າຜູ້ທີ່ເຮັດຄືຄົນອື່ນເປັນຜູ້ສຸດທ້າຍພັດເບິ່ງຄືວ່າເປັນຄົນໂງ່ໃນສາຍຕາຂອງຊາວໂລກ 555

ທີ່ມາ: http://www.mirror.co.uk


					

ວິທີປ້ອງກັນ Email Virus

   ຫຼາຍໆຄົນນັ້ນອາດຈະມີບັນຊີ Email ເປັນຂອງຕົນເອງເພື່ອໃຊ້ໃນການຊື່ສານກັນ ແຕ່ວ່ານອກຈາກຂໍ້ດີແລ້ວ ມັນກໍຍັງມີຂໍ້ເສຍຢູ່ອີກ ນັ້ນກໍ່ຄືເປັນແຫຼ່ງກະຈາຍ virus ເຂົ້າສູ່ເຄື່ອງຄອມພິວເຕີຂອງເຮົາ.

 

ການເຮັດວຽກຂອງ Email Virus ນັ້ນຈະທຳການສ້າງ Subject ຂອງ mail ແບບອັດຕະໂນມັດ ນອກຈາກນີ້ຍັງອາດມີການສົ່ງ Attach file ເພື່ອໃຫ້ຜູ້ຮັບຄຣິກເພື່ອເປີດໂປຣແກຼມໄວຣັສ ເພື່ອໃຫ້ໄວຣັສເລີ່ມເຮັດວຽກ ສ່ວນການໃຊ້ Mail ທີ່ເປັນ Web Mail ໄດ້ແກ່ Yahoo Mail ຫຼື Hotmail ນັ້ນ ເຈົ້າຂອງເວັບຈະຕິດຕັ້ງໂປລແກຼມປ້ອງກັນໄວຣັດໃຫ້ເຮົາແລ້ວ ດັ່ງນັ້ນຈຶ່ງຂ້ອນຂ້າງປອດໄພ, ແຕ່ຢ່າງໃດກໍ່ຕາມ ຖ້າຫາກວ່າໄດ້ຮັບຟາຍແນບ( Attached file) ກໍ່ຄວນເລືອກໃຊ້ຄຳສັ່ງ Scan virus ກ່ອນທີ່ຈະເປີດ ຫຼື ດາວໂຫລດ ນັ້ນ ນອກຈາກນັ້ນຍັງມີວິທີປ້ອງກັນໄວຣັສຈາກອີເມວງ່າຍໆທີ່ເຮົາໄດ້ນຳມາຝາກກັນ.

  • ວິທີປ້ອງກັນໄວຣັສຈາກອີເມວ
  1. ໝັ່ນອັບເດດ Windows, Browser ແລະ  Anti-vius ເລື້ອຍໆ
  2. ລະວັງອີເມວທີ່ເຮົາບໍ່ຮູ້ຈັກ
  3. ລະວັງອີເມວທີ່ມີຫົວຂໍ້ຕ່າງໆ ເຊັ່ນ: Your Password, Game, Jsokes ເປັນຕົ້ນ.
  4. ລະວັງອີເມວທີ່ມີຟາຍແນບ ( Attached file) ທີ່ມີນາມສະກຸນ .EXE, .SCR, .PIF, .VBS ເປັນຕົ້ນ

ນໍ້າແງ້ນ ບ້ານຕົວແບບໃນການສ້າງເປັນຫົວໜ່ວຍພັດທະນາ

IMG-20140622-WA0006.jpg

      ບ້ານນ້ຳແງ້ນ ແມ່ນບ້ານໜຶ່ງທີ່ຂຶ້ນກັບເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ຫ່າງຈາກເທສະບານເມືອງປະມານ 5 ກິໂລແມັດ ຕັ້ງຢູ່ທາງທິດຕາເວັນຕົກຂອງເທສະບານເມືອງຫຼວງນ້ຳທາ, ທິດເໜືອຕິດກັບບ້ານນ້ຳມັດ-ນ້ຳຍາງ, ທິດໃຕ້ຕິດກັບບ້ານພຽງງາມ, ທິດຕາເວັນອອກຕິດກັບບ້ານວຽງເໜືອທິດຕາເວັນຕົກຕິດກັບບ້ານນ້ຳສ່າ, ມີເນື້ອທີ່ທັງໝົດ 4.201 ເຮັກຕາ ມີ 3 ເຜົ່າ, (ເຜົ່າໄຕດຳ, ເຜົ່າໄຕແດງ, ເຜົ່າຂະມຸ), ມີ 518 ຄອບຄົວ, ພົນລະເມືອງ 2.261 ຄົນ, ຍິງ 1.115 ຄົນ, ປະຊາຊົນສ່ວນຫຼາຍແມ່ນເຮັດນາເປັນອາຊີບຕົ້ນຕໍ ແລະຖືເອົາການລ້ຽງສັດ, ປູກພືດຕ່ຳຫູກ, ການຄ້າ-ຂາຍ ແລະເຮັດການບໍລິ ການເປັນອາຊີບສຳຮອງ.

      ທ່ານ ແສງວິໄຊ ຮັກບຸນໂຮມ ກຳມະການພັກເມືອງເລຂາພັກບ້ານ, ນາຍບ້ານໆນ້ຳແງ້ນ ເມືອງ ແລະແຂວງຫຼວງນ້ຳທາໄດ້ໃຫ້ຮູ້ວ່າ: ແຕ່ກ່ອນການເຮັດທົດລອງ 3 ສ້າງ ບ້ານນ້ຳແງ້ນແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ, ການຕັ້ງຖິ່ນຖານບ້ານເຮືອນຂອງປະຊາຊົນຍັງກະແຈກກະຈາຍ, ເສັ້ນທາງເຂົ້າຫາບ້ານບໍ່ໄດ້ຮັບຄວາມສະດວກ, ປະຊາຊົນບໍ່ໄດ້ຮັບຂໍ້ມູນຂ່າວສານຢ່າງ ທົ່ວເຖິງ.

ແຕ່ຜ່ານການຈັດຕັ້ງເຮັດທົດລອງ 3 ສ້າງສາມາດຕີລາຜົນໄດ້ຮັບຄື: ໜ່ວຍພັກບ້ານນ້ຳແງ້ນຂຶ້ນກັບຄະນະພັກຮາກຖານກຸ່ມບ້ານຫຼວງທີ່ມີຄະນະພັກ 3 ສະຫາຍ, ຍິງ 1 ສະຫາຍໄດ້ພ້ອມກັນນຳເອົາບັນດາເອກະສານນິຕິກຳຕ່າງໆກ່ຽວກັບວຽກງານ 3 ສ້າງມາເຜີຍແຜ່, ເຊື່ອມຊຶມໃຫ້ສະມາຊິກພັກ ແລະພໍ່ແມ່ປະຊາຊົນພາຍໃນບ້ານຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງເປັນປົກກະຕິ, ລະບົບການຈັດຕັ້ງບ້ານໄດ້ ຮັບການປັບປຸງຕາມມະຕິເລກທີ 08/ກມສພ, ພ້ອມທັງໄດ້ມີການຈັດຝຶກອົບຮົມ ແລະບັນຈຸບຸກຄະລາກອນເຂົ້າແຕ່ລະໜ່ວຍງານຄື: ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍງານບໍລິຫານການປົກຄອງ, ໜ່ວຍງານເສດຖະກິດ, ໜ່ວຍງານວັດທະນະທຳ-ສັງຄົມ ແລະໜ່ວຍງານ ປກຊ-ປກສ ໃນບັນດາໜ່ວຍງານຕ່າງໆພາຍໃນບ້ານນັ້ນແມ່ນເອົາເລຂາ, ຮອງເລຂາ, ນາຍບ້ານ, ຮອງນາຍບ້ານ, ເປັນຫົວໜ້າໜ່ວຍ ງານເພື່ອຊີ້ນຳໂດຍກົງ ແລະປະກອບມີ 6 ສະຫາຍເປັນຮອງຫົວໜ້າໜ່ວຍງານ, ອົງການຈັດຕັ້ງມະຫາຊົນ, ແນວໂຮມ, ແມ່ຍິງ, ຊາວໜຸ່ມ, ສະຫະພັນນັກຮົບເກົ່າໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ຈາກການຈັດຕັ້ງປະຕິບັດມານັ້ນສະແດງໃຫ້ເຫັນຜົນງານທີ່ໄດ້ຮັບຄື: ໄດ້ຮັບນາມມະຍົດເປັນໜ່ວຍພັດແຂງຮູ້ນຳພາຮອບດ້ານ, ເລຂາພັກບ້ານເປັນກຳມະການພັກເມືອງ, ອົງການປົກຄອງບ້ານມີຄວາມເຂັ້ມແຂງສາ ມາດນຳພາປະຊາຊົນຂຸດຄົ້ນທຸກທ່າແຮງ, ແຫຼ່ງລາຍຮັບເຂົ້າມາພັດທະນາບ້ານຂອງຕົນໄດ້ເປັນປົກກະຕິ.

ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແມ່ນໄດ້ປັບປຸງໃຫ້ມີຄວາມເຂັ້ມແຂງ ພ້ອມນັ້ນໄດ້ຈັດຝຶກອົບຮົມດ້ານສິນລິປະຍຸດ-ຍຸດທະວິທີໃຫ້ປີລະ 1-2 ຄັ້ງ ແລະໄດ້ຈັດເວນຍາມຕາມການມອບໝາຍເປັນປະຈຳຈິ່ງເຮັດໃຫ້ພາຍໃນບ້ານມີຄວາມສະຫງົບເປັນລະບຽບບັນດາປາກົດການຫຍໍ້ທໍ້ໃນສັງຄົມກໍ່ໄດ້ ຮັບການແກ້ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ການພັດທະນາດ້ານເສດຖະກິດ ພາຍໃນເມືອງໄດ້ຈັດເກັບລາຍຮັບ ເຂົ້າງົບປະມານຈາກຫົວໜ່ວຍເສດຖະກິດ ແລະອື່ນໆໄດ້ 238,3 ລ້ານກວ່າກີບ ຖ້າທຽບໃສ່ເມື່ອກ່ອນບໍ່ທັນເຮັດທົດລອງ 3 ສ້າງແມ່ນເພີ່ມຂຶ້ນ ເຖິງ 2 ເທົ່າຕົວ, ບັນດາພື້ນຖານໂຄງລ່າງບ້ານໄດ້ຮັບການພັດທະນາເປັນຕົ້ນໄດ້ຕັດຜັງບ້ານ, ຍົກລະດັບເສັ້ນ ທາງພາຍໃນບ້ານກໍ່ສ້າງຂົວ ແລະຊົນລະປະທານລວມມູນຄ່າ 10 ຕື້ກວ່າກີບ ປັບປຸງຕະຫຼາດບ້ານ ແລະໄດ້ສ້າງຕັ້ງກຸ່ມການຜະລິດເປັນສິນ ຄ້າຂຶ້ນຄື: ກຸ່ມຜະລິດເຂົ້ານາປີ, ມີເນື້ອທີ່ນາ 275 ເຮັກຕາ, ຜົນຜະລິດ ໄດ້ 1.118,5 ໂຕນ, ສະເລ່ຍ 4,3  ໂຕນຕໍ່ເຮັກຕາ, ແຕ່ລະປີເຮັດນາແຊງຜະລິດເຂົ້າໄດ້ 258 ໂຕນຕໍ່ປີ, ສະເລ່ຍເຂົ້າກິນໃສ່ຫົວຄົນ 651 ກິໂລກຣາມຕໍ່ຄົນຕໍ່ປີ, ກຸ່ມປູກຢາງພາລາ ມີ 23 ຄອບຄົວ, ມີເນື້ອທີ່ປູກຢາງ ພາລາ 308 ເຮັກຕາ, ປູກຢາງໄດ້ 138.600 ຕົ້ນ, ປາດຢາງ ແລ້ວ 6.800 ຕົ້ນ, ກຸ່ມລ້ຽງໝູມີ 166 ຄອບຄົວ, ມີໝູ 293 ໂຕ, ກຸ່ມລ້ຽງງົວ- ຄວາຍມີ 66 ຄອບຄົວ, ມີງົວຄວາຍ  334 ໂຕ, ທະນາຄານນະໂຍບາຍໄດ້ປ່ອຍສິນເຊື່ອໃຫ້ບັນດາກຸ່ມປູກກຸ້ມລ້ຽງຈຳນວນ 4 ຕື້ກວ່າກີບ ມີກອງທຶນບ້ານ 1 ກອງທຶນມີທຶນທັງໝົດ 383.680.000 ກີບ, ໃນນັ້ນທຶນປະຊາຊົນປະກອບມີ 333.680.000 ກີບ ແລະທຶນຂອງແຂວງມອບໃຫ້ 50.000.000 ກີບ, ໃນສົກປີທີ່ຜ່ານມາມີລາຍຮັບ 16,35 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ປະມານ 7.235.000 ກີບຕໍ່ຄົນຕໍ່ປີ (904 ໂດລາຕໍ່ຄົນຕໍ່ປີ) ຄວາມທຸກຍາກຂອງປະຊາຊົນເມື່ອເຮັດທົດລອງ 3 ສ້າງມີ 19 ຄອບຄົວເທົ່າກັບ 15,78%, ມາຮອດປະຈຸບັນຍັງເຫຼືອ 3 ຄອບຄົວເທົ່າກັບ 0.57%:

ວຽກງານວັດທະນະທຳ-ສັງຄົມ, ບ້ານມີໂຮງຮຽນແຕ່ຊັ້ນອະນຸບານຮອດຊັ້ນມັດທະຍົມຕອນຕົ້ນ: ອົງການປົກຄອງບ້ານໄດ້ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນສົ່ງເສີມລູກເຂົ້າຮຽນເຮັດໃຫ້ເດັກໃນເກນອາຍຸໄດ້ເຂົ້າຮຽນຢ່າງທົ່ວເຖິງ, ຈາກນັ້ນຍັງໄດ້ເປີດການຮຽນການສອນໃຫ້ກຸ່ມເປົ້າໝາຍຮຽນບຳລຸງມັດທະຍົມຕອນຕົ້ນ ແລະໄດ້ປະກາດເປັນບ້ານຈົບຊັ້ນມັດທະຍົມໃນປີ 2015 ພາຍໃນບ້ານມີສຸກສາລາປະຈຳບ້ານ ແລະມີແພດໝໍປະຈຳ 4 ຄົນ, ຍິງ 4 ຄົນ, ໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນຕິດພັນກັບການອະນຸຮັກປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າຕົນເອງ, ມາຮອດປະຈຸບັນບ້ານໄດ້ຮັບນາມມະຍົດເປັນບ້ານພັດທະນາແລ້ວ.

ທີ່ມາ: http://www.sedthakid.la

ອາຊຽນກັບ 8 ປະເທດຮ່ວມເຈລະຈາຫຼາຍບັນຫາສໍາຄັນ

   ເຈົ້າໜ້າ­ທີ່ອາ­ວຸ­ໂສເສດ­ຖະ­ກິດອາຊຽນ ແລະຄູ່ຮ່ວມເຈລະ­ຈາໄດ້ພ້ອມປຶກ­ສາຫາ­ລືບັນ­ຫາສຳ­ຄັນທີ່ກ່ຽວພັນກັບວຽກການສ້າງແຜນ­ການຮ່ວມມືໃນ­ຕໍ່­ໜ້າລະ­ຫວ່າງອາຊຽນ ແລະບັນ­ດາ 8 ປະ­ເທດຄູ່ຮ່ວມເຈລະ­ຈາ ໂດຍສະ­ເພາະປັບ­ປຸງຮ່າງການສ້າງເຂດການຄ້າເສລີທີ່ມີໃນແຕ່ລະຂະ­ແໜງ­ການ ແລະການຮ່ວມເສດ­ຖະ­ກິດຮອບ­ດ້ານກັບພາກພື້ນ.

     ກອງປະ­ຊຸມປຶກ­ສາຫາ­ລືລະ­ຫວ່າງ ເຈົ້າໜ້າ­ທີ່ອາ­ວຸ­ໂສເສດ­ຖະ­ກິດອາຊຽນ ແລະຄູ່ຮ່ວມເຈລະ­ຈາທີ່ຈັດຕໍ່ເນື່ອງອີກຈຳ­ນວນ 8 ກອງປະ­ຊຸມຄື: ກອງປະ­ຊຸມປຶກ­ສາຫາ­ລືກັບ ສປ ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາ­ຫຼີ, ອົດສະຕາລີ, ນິວຊີແລນ, ອາ­ເມ­ລິ­ກາ ແລະການນາດາ ກໍເພື່ອປຶກ­ສາຫາ­ລືກ່ຽວກັບຄວາມຄືບ ໜ້າໃນການ­ຈັດ­ຕັ້ງປະ­ຕິ­ບັດແຜນວຽກ ໃນໄລ­ຍະຜ່ານມາ ແລະການສ້າງແຜນການຮ່ວມມືໃນ­ຕໍ່­ໜ້າລະ­ຫວ່າງອາຊຽນ ແລະບັນ­ດາປະ­ເທດຄູ່ຮ່ວມເຈລະ­ຈາ, ປັບ­ປຸງຮ່າງການສ້າງເຂດການຄ້າເສລີ ທີ່ມີໃນແຕ່ລະຂະ­ແໜງ­ການເຊັ່ນ: ການຄ້າດ້ານສິນ­ຄ້າ, ການຄ້າດ້ານການບໍລິການ, ການລົງ­ທຶນ ແລະອື່ນໆ, ພິ­ເສດ ແມ່ນປຶກ­ສາຫາ­ລືກ່ຽວກັບຮ່າງສັນ­ຍາການຮ່ວມເສດ­ຖະ­ກິດຮອບ­ດ້ານພາກພື້ນທີ່ເປັນສັນ­ຍາສຳ­ຄັນຂອງພາກພື້ນທັງເປັນສັນ­ຍາໜຶ່ງທີ່ເປັນປະ­ໂຫຍດແກ່ອາຊຽນເວົ້າລວມ, ເວົ້າສະ­ເພາະກໍແມ່ນເພື່ອຜົນປະ­ໂຫຍດແກ່ ສປປ ລາວ ໃນການເຂົ້າສູ່ຕະ­ຫຼາດທີ່ໃຫຍ່ຂຶ້ນ.

     ກອງປະ­ຊຸມດັ່ງ­ກ່າວຈັດຂຶ້ນໃນວັນທີ 30 ມິ­ຖຸ­ນາ 2016 ທີ່ໂຮງ­ແຮມລາວພລາຊາ ນະ­ຄອນ­ຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະ­ທານຂອງທ່ານ ລາວຮົວ ເຈີຈິງ ຫົວ­ໜ້າກົມນະ­ໂຍ­ບາຍການຄ້າຕ່າງ­ປະ­ເທດ, ກະ­ຊວງອຸດ­ສາ­ຫະ­ກຳ ແລະການຄ້າ, ທັງເປັນເຈົ້າໜ້າ­ທີ່ອາ­ວຸ­ໂສເສດຖະກິດອາຊຽນຂອງ ສປປ ລາວ, ພ້ອມດ້ວຍບັນ­ດາປະ­ເທດຄູ່ຮ່ວມເຈລະ­ຈາຈາກ 8 ປະ­ເທດ ແລະກອງເລ­ຂາອາຊຽນເຂົ້າຮ່ວມ.

ທີ່ມາ: http://www.sedthakid.la

ເກີດ​ເຫດ​ລະ​ເບີດ​ ຢູ່​ຕວັກ​ກີ​ເສຍ​ຊີວິດ 36 ຄົນ

ເກີດເຫດລະເບີດ ຢູ່ຕວັກກີເສຍຊີວິດ 36 ຄົນ

     ເກີດເຫດລະເບີດຂ້າຕົວຕາຍ 3 ຄັ້ງ ໂຈມຕີສະໜາມບິນໃນນະຄອນຫຼວງອິສຕັນບູລຂອງຕວັກກີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 36 ຄົນ ແລະ ໄດ້ຮັບບາດເຈັບ 147 ຄົນ.

 

     ຕາມຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຂ້າຕົວຕາຍ 3 ຄັ້ງ ໂຈມຕີສະໜາມບິນຢູ່ນະຄອນອິສຕັນບູລຂອງຕວັກກີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 36 ຄົນ ແລະ ໄດ້ຮັບບາດເຈັບ 147 ຄົນ ມີລາຍງານວ່າ ຢູ່ບໍລິເວນພາຍນອກສະໜາມບິນທີ່ເຕັມໄປດ້ວຍຜູ້ໂດຍສານຫຼາຍຮ້ອຍຄົນທີ່ພາກັນແລ່ນແຕກຕື່ນໜີຕາຍອອກມາທາງນອກ ລວມທັງເພື່ອລໍຖ້າເດີນທາງຕໍ່, ເບື້ອງຕົ້ນຍັງບໍ່ມີກຸ່ມໃດອອກມາອ້າງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ.ທ່ານ ບິນາລີ ຍິລດິຮິມ ນາຍົກລັດຖະມົນຕີຂອງຕວັກກີກ່າວວ່າ ເຖິງແມ່ນວ່າຮູບການຈະບົ່ງບອກວ່າ ເປັນຝີມືຂອງກຸ່ມກໍ່ການຮ້າຍໄອເອສ ແຕ່ກໍຍັງຕ້ອງໄດ້ສືບສວນຕໍ່ໄປ.

ຕຳຫຼວດລະບຸວ່າ ອາວຸດທີ່ຄົນຮ້າຍໃຊ້ເປັນປືນກົນອັດຕະໂນມັດ ເຈົ້າໜ້າທີ່ພະຍາຍາມຍິງສະກັດກັ້ນຄົນຮ້າຍ 2 ຄົນ ທີ່ມຸ່ງໄປຍັງບໍລິເວນຈຸດກວດຄວາມປອດໄພພາຍໃນອາຄານຜູ້ໂດຍສານ ກ່ອນທີ່ຄົນຮ້າຍຈະຈູດລະເບີດຂ້າຕົວຕາຍ ຊຶ່ງຜູ້ເສຍຊີວິດສ່ວນໃຫຍ່ເປັນຊາວຕວັກກີ ແຕ່ກໍມີຄົນຕ່າງປະເທດລວມຢູ່ນຳ.

ທີ່ມາ: http://www.sedthakid.la

ລຸກຊຳບວກມີລາຍຮັບຕໍ່ຫົວຄົນ ອັນດັບ 1 ຂອງໂລກ

 

ລຸກຊຳບວກເປັນ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃນເຂດເອີຣົບຕາເວັນຕົກ ເຊິ່ງມີຊາຍແດນຕິດກັບຝຣັ່ງ,  ເຢຍລະມັນ ແລະ ແບນຊິກ. ປະເທດ ນີ້ມີ 2 ເຂດທີ່ສຳຄັນຄື: ເຂດ Oesling ໃນພາກເໜືອ ເຊິ່ງແມ່ນເຂດພູ Ardennes ແລະ ເຂດ Gutland ຢູ່ພາກໃຕ້ ປະເທດນີ້ມີເນື້ອທີ່ທັງໝົດ 2.586,4 ກິໂລແມັດມົນທົນ, ມີ ນະຄອນຫຼວງແມ່ນລຸກຊຳບວກ.
ລຸກຊຳບວກ ເປັນປະເທດ ທີ່ພັດທະນາແລ້ວ, ມີຄວາມ ກ້າວໜ້າໃນການພັດທະນາ ເສດຖະກິດ, ເສດຖະກິດຂອງ ປະເທດສ່ວນໃຫຍ່ແມ່ນຂຶ້ນ ກັບຂະແໜງທະນາຄານ, ອຸດ ສາຫະກຳເຫຼັກ. ມີຂໍ້ມູນຊີ້ໃຫ້ ເຫັນວ່າ: ຂະແໜງການບໍລິ ການປະກອບສ່ວນໃຫ້ກັບ GDP ຂອງປະເທດແມ່ນ 86%,  ອຸດ ສາຫະກຳແມ່ນ 13,6% ແລະ ກະສິກຳພຽງ 0,4% ເທົ່ານັ້ນ.
ຫຼາຍທົດສະວັດມາແລ້ວ, ການເຕີບໂຕໃນຂະແໜງການ ເງິນໄດ້ເຂົ້າມາມີບົດບາດສຳ ຄັນຫຼັງຈາກທີ່ຜົນຜະລິດເຫຼັກ ຫຼຸຸດລົງ. ການບໍລິການທາງດ້ານ ທະນາຄານ ແລະ ການເງິນມີ ບົດບາດສຳຄັນຕໍ່ເສດຖະກິດ ຂອງປະເທດ, ລຸກຊຳບວກ ເປັນສູນກາງທາງດ້ານເງິນລົງ ທຶນໃຫຍ່ເປັນອັນດັບ 2 ຂອງ ໂລກ ຖັດຈາກສະຫະລັດອາເມ ຣິກາ. ເປັນສູນກາງທາງດ້ານ ທະນາຄານເອກະຊົນທີ່ສຳຄັນ ຂອງປະເທດອີຢູ ແລະ ເປັນສູນ ກາງທາງດ້ານປະກັນ ໄພເອກະ ຊົນຊັ້ນນຳຂອງເອີຣົບ.
ຂະແໜງການທະນາຄານ ສຳຄັນທີ່ສຸດໃນເສດຖະກິດ ຂອງປະເທດ ເຊິ່ງໃນປີ 2009 ມີທະນາຄານຕັ້ງຢູ່ປະເທດນີ້ ເຖິງ 152 ແຫ່ງທີ່ສ້າງວຽກເຮັດ ງານທຳໄດ້ເຖິງ 27.000 ຄົນ. ຍ້ອນປະເທດນີ້ມີການເມືອງ ທີ່ມີສະຖຽນລະພາບ, ມີການ ສື່ສານທີ່ດີ, ມີແຮງງານທີ່ມີ ທັກສະຄ່ອງແຄ້ວ, ມີມູນເຊື້ອ ໃນການຮັກສາຄວາມລັບທາງ ດ້ານການທະນາຄານ ແລະ ມີ ຄວາມຊຳນານໃນດ້ານການ ເງິນຂ້າມປະເທດ ເຊິ່ງທັງໝົດ ເຫຼົ່ານີ້ໄດ້ເຮັດໃຫ້ພາກທະນາ ຄານມີການເຕີບໂຕ. ກຸ່ມທະ ນາຄານໃຫຍ່ຂອງເຢຍລະມັນ ກໍ່ມາຕັ້ງສຳນັກງານຢູ່ທີ່ນີ້, ລວມ ເຖິງປະເທດແຖວສະແກນດີ ນາວຽນ, ຍີ່ປຸ່ນ ແລະ ສະຫະລັດ ໄດ້ມີສຳນັກງານຜູ້ຕາງໜ້າຢູ່ ປະເທດນີ້ ເຊິ່ງພາກທະນາຄານ ມີມູນຄ່າຊັບສົມບັດຫຼາຍກວ່າ 929 ຕື້ເອີໂຣ.
ຂະແໜງອຸດສາຫະກຳ ເຫຼັກ ແລະ ເຫຼັກກ້າແມ່ນຕັ້ງຢູ່ ລຽບຊາຍແດນລະຫວ່າງລຸກ ຊຳບວກ ແລະ ຝຣັ່ງ. ຂະແໜງ ເຫຼັກໄດ້ມີຄວາມສຳຄັນຕໍ່ເສດ ຖະກິດຂອງປະເທດທີ່ກວມ ເອົາ 29% ຂອງການສົ່ງອອກ ແລະ ຈ້າງງານໄດ້ 3,9% ຂອງ ກຳລັງແຮງງານທັງໝົດ.
ສິນຄ້າສົ່ງອອກແມ່ນ ເຄື່ອງຈັກ ແລະ ອາໄຫຼ່, ຜົນຜະ ລິດຈາກເຫຼັກ, ເຄມີພັນ, ຜົນຜະລິດຈາກຢາງ, ແກ້ວ. ປະເທດທີ່ສົ່ງອອກແມ່ນ ເຢຍ ລະມັນ ກວມ 22,2%, ຝຣັ່ງ 15,6%, ແບນຊິກ 13,2%, ອັງກິດ 7,3% ແລະ ອີຕາລີ 5,4%, ສະວິດ 4,3%. ການນຳ ເຂົ້າແມ່ນ ແຮ່ທາດ, ເຫຼັກ, ອາ ຫານ, ສິນຄ້າບໍລິໂພກທີ່ມີຄຸນ ນະພາບສູງ. ປະເທດທີ່ນຳເຂົ້າ ແມ່ນແບນຊິກ, ເຢຍລະມັນ, ຝຣັ່ງ, ຈີນ, ໂຮນລັງ ແລະ ສະຫະລັດ.
ຄາດກັນວ່າພົນລະເມືອງ ຂອງປະເທດນີ້ໃນປີ 2016 562.958 ຄົນ, ລວມຍອດຜະ ລິດຕະພັນພາຍໃນ ຫຼື GDP ແມ່ນ 60,178 ຕື້ໂດລາສະຫະ ລັດ, ຂໍ້ມູນຈາກອົງກອນການ ເງິນສາກົນ ຫຼື  IMF ໃຫ້ຮູ້ວ່າ:  ລາຍໄດ້ສະເລ່ຍຕໍ່ຫົວຄົນ  ໃນ ປີ 2015 ແມ່ນ 96.269 ໂດ ລາສະຫະລັດ ຈັດຢູ່ອັນ ດັບ 1 ຂອງໂລກ ແລະ ໃນປີ 2016 ນີ້ ຍັງຄາດວ່າ: ຈະບັນລຸ104.359 ໂດລາສະຫະລັດ ແລະ ຈະຈັດຢູ່ ອັນດັບທີ່ 1 ຂອງໂລກເຊັ່ນກັນ.
ສປປ ລາວ ແລະ ລຸກຊຳ ບວກ ສ້າງຕັ້ງສາຍພົວພັນທາງ ການທູດນຳກັນໃນວັນທີ 25 ກັນຍາ 1997.ທີ່ມາ: http://www.pasaxon.org.la

Briefly story about myself

My Real Life Story

IMG-20160223-WA0010.jpg

Chandeng THONGSAMAI, 2015

      I was born in a poor family on the 2nd of October 1994 in Donsavang village, Long district, and Luang Namtha province. I started my early life there but unfortunately, my childhood wasn’t good because my parents got divorce when I was 7 years. My parents lived part away. My younger sister and I lived with father but my older brother lived with mother. So that why my younger sister and I always felt alone when my father go out to work at the farm. We often cried when we had no meal to eat and also felt afraid when our father wasn’t with at night. Who knew? how much we discouraged and how lonely we felt. Even though our mother was still alive but we both were just able calling mom in the dream when we missed my mother.

    When I was 8 my father sold all of the land we had in Donsavang in cheaper price. Then returned to mother in Nam Ngaen village, Luang Namtha district. So, I saw my mother and older brother again, especially I had the youngest sister who I haven’t seen before.

     I started primary school there.  After finished primary school I continued to study in lower secondary school. My school life was very difficult for me. The school is far from my house. Almost of my friends went to school by bicycle but I walked. I understood that my parents didn’t have money to buy one for me. Moreover, I had to study with the lamp at night because then my house didn’t have electric yet.

      After school I sometimes went to the forest or river to find some foods. My weekends weren’t holiday because I had to go to help my parents to work in the rice farm or sometimes garden. I also tried to make a little money on weekends by cutting firewood for sale and worked as a worker or garden man when semester break. I rarely went out with my friends.

     In the last year (year 4) of my lower secondary my farther had a little money to buy a new bicycle and paid me extra classes, Match and English. Fortunately, I won the first in the Good Student Examination of Luang Namtha 2010 – 2011. Then I included in the National Good Students Examination in Vientiane. My subject was Lao Language and Literature. It was my special present and it took me to visit the capital of Laos for the first time. Although I didn’t win in this examination but I got a new opportunity that could be able improve my thought differently.

       In October 2011, I was delivered to study upper secondary school in Santiphab High School in Luangprabang by Education Department of Luang Namtha. I lived in Santiphab High School Dormitory that donated by the Community for the Solidarity with the Asian Underprivileged (CSA) as a good student of northern part of Laos. I studied hard with my friends there for 3 years. I just visited home once a year when semester break to help my parents to work and make some money. My studies improved very well and I got a lot of value knowledge. So, that I became a good student who won the second in the Good Students Examination of Luangprabang and also very lucky won the second in the National Good Students Examination in Vientiane in 2014. I was very proud with this study success.

     My studies in Luangprabang finished with total score 72 of 80 and I was one of five students who got excellent score results of Luangprabang. So, I could choose one of study fields in the national university of Laos. And I chose to study Mass Communication.

     I first began a university student in October 2014. I lived in a flat with 4 friends who ever studied in Luangprabang together. I have studied 2 places but I didn’t have a lot of money. I just used my own money that I earned from prizes of good student to pay for many things like the school, flat, food, clothes and others. I thought my money wasn’t enough if I didn’t find the way to make money because my parents had no money to send me. Finally, I decided to move from the flat and volunteered to be a security guard in my faculty (Faculty of Latters) in March 2015.

         After then, I don’t have to pay for room, water and electric. But I have to work as a staff caring about security of the faculty like open (and close) the doors and windows, turn on (and off) the lights of the each building of the faculty. I sometimes guard security all night, it makes me tired. However, the good point of being a security guard is can save my money. I also earn some money from cutting grasses around the faculty for school paid next year.

        The first year in the university has gone away and continue with second. Now, I have an old cheaper motorbike. I become presently a busy man because I am studying 2 places. I study Mass Communication at National University of Laos from 8 am to 2:35 pm and study English at Phameuang College from 5 pm to 8:15 pm. I am busy very often with my major, especially when I have a film project-I don’t get enough sleeping and eating for months.  I also have to work for the faculty. And I am also work as a garden man who cuts grasses around the faculty on the weekends or early in the morning. Another work is the part – time job at Lao Lottery. I have to go to work every Mondays and Friday at 7:40 because I work there from 8 pm – 11:30 pm. These are what my student life being. I try quite hard in this struggle. I think this is the better way to do at the time. My parents don’t have much money to support my studies and I am not a child so, I should try not to beg money from parents. I can live and make a better life by myself.

       In my future, I dream to be a famous journalist who goes many places in Laos and all over the world. I would like to tell people about what I see, what the world is going on and what is happening at the time. I really like a journey to know what a news.

 

 

 

ປະຫວັດຫຍໍ້

IMG-20160423-WA0058.jpg

    ຂ້ອຍຊື່ ຈັນແດງ ທອງສະໄໝ (Chandeng Thongsamai) ເກີດເມື່ອວັນທີ 02/10/1994 ທີ່ບ້ານດອນສະຫວ່າງ, ເມືອງລອງ, ແຂວງຫຼວງນໍ້າທາ. ພໍ່ແມ່ມີອາຊີບເປັນຊາວໄຮ່ນາ. ຂ້ອຍອາໄສຢູ່ທີ່ນັ້ນກັບຄອບຄົວເປັນໄດ້ 7 ປີພໍ່ແມ່ກໍໄດ້ປະຮ້າງກັນ ຂ້ອຍກັບນ້ອງສາວເລີຍໄດ້ອາໄສຢູ່ກັບພໍ່. ຫຼັງຈາກນັ້ນ 1 ປີ ຍ້ອນພໍ່ສົງສານຂ້ອຍກັບນ້ອງສາວ ພໍ່ຈຶ່ງພາພວກຂ້ອຍຍ້າຍມາຫາແມ່ທີ່ຢູ່ບ້ານນໍ້າແງ້ນໝ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ແລະປີນັ້ນເອງ (2002) ທີ່ຂ້ອຍເລີ່ມເຂົ້າໂຮງຮຽນປະຖົມ (ປ1) ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານນໍ້າແງ້ນ.

     ຫຼັງຈາກຈົບປະຖົມໃນສົກຮຽນ 2006-2007 ຂ້ອຍກໍໄດ້ຮຽນຕໍ່ຊັ້ນມັດທະຍົມທີ່ໂຮງຮຽນມັດທະຍົມຕອນຕົ້ນບ້ານນໍ້າແງ້ນ. ເມື່ອຮຽນຮອດມັດທະຍົມປີທີ 4  (2011) ຂ້ອຍເສັງນັກຮຽນເກັ່ງສາຍພາສາລາວ-ວັນນະຄະດີ ໄດ້ທີ 1 ຂອງແຂວງຫຼວງນໍ້າທາ ແລະ ໄດ້ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດທີ່ນະຄອນຫຼວງວຽງຈັນ.

   ເດືອນ 09/2011 ຂ້ອຍໄດ້ເລີ່ມເຂົ້າຮຽນໃນຊັ້ນມັດທະຍົມຕອນປາຍ (ມ5) ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ, ບ້ານວຽງໃໝ່, ເມືອງຫຼວງພະບາງ, ແຂວງຫຼວງພະບາງ. ຢູ່ທີ່ນັນຂ້ອຍໄດ້ພັດທະນາຄວາມຮູ້ຢ່າງຫຼວງຫຼາຍໂດຍສະເພາະແມ່ນວິຊາຫຼັກຂອງຕົນ (ພາສາລາວ-ວັນນະຄະດີ) ພ້ອມນັ້ນກໍຍັງໄດ້ຮຽນເພີ່ມພາສາອັງກິດ ທີ່ສູນພາສາອັງກິດແມ່ຂອງ ແລະ ຍັງຮຽນເພີ່ມພາສາຈີນຕື່ມອີກ. ເລື່ອງຄວາມຮູ້ຮອບຕົວ, ຄອມພິວເຕີ, ສິລະປະ ແລະ ກິລາກໍພັດທະນາເຊັ່ນດຽວກັນ. ເມື່ອຮອດປີສຸດທ້າຍ (ມ7) ຂ້ອຍໄດ້ເສັງນັກຮຽນເກັ່ງອີກຄັ້ງ ເຊິ່ງເທື່ຶອນີ້ແມ່ນໄດ້ເປັນຕົວແທນຂອງແຂວງຫຼວງພະບາງ ມາເສັງລະດັບຊາດຢູ່່ນະຄອນຫຼວງວຽງຈັນ ແລະ ໄດ້ລາງວັນຮອງຊະນະເລີດ ສາຍພາສາລາວ-ວັນນະຄະດີ. ສ່ວນການສອບເສັງຈົບຊັ້ນ ມ7 ຂ້ອຍໄດ້ຮັບໃບປະກາດແດງ.

     ພາຍຫຼັງຈົບມັດທະຍົມຕອນປາຍ ຂ້ອຍໄດ້ມາຮຽນຕໍ່ຢູ່ມະຫາວິທະຍາໄລແຫ່ງຊາດ, ຄະນະອັກສອນສາດ, ພາກວິຊາພາສາລາວ-ສື່ສານມວນຊົນ, ສາຂາສື່ສານມວນຊົນ ໃນສົກຮຽນ 2014-2015. ພ້ອມນັ້ນກໍຮຽນພາສາອັງກິດຢູ່ວິທະຍາໄລພະເມືອງເຊັ່ນດຽວກັນ.