ສິ່ງທີ່ຄວນຮູ້ກ່ອນເດີນທາງໄປສິງກະໂປ

     Amazing Singapora!!! ໃຜກຽມຈະເດີນທາງໄປເມືອງແຫ່ງສິງໂຕ ອ່ານເບິ່ງເດີ!!!

Singapore-Merlion1

  • ສິງກະໂປໃຊ້ເງິນດອນລາສິງກະໂປ (SGD) ມີສັນຍະລັກເປັນ $ ມີຫົວໜ່ວຍຍ່ອຍເປັນເຊັນ (cent) 100 cent = 1 SGD ມີອັດຕາແລກປ່ຽນປະມານ 1 SGD ຕໍ່ 6,000 ກີບນີ້ແຫຼະ ຊິປ່ຽນເອົາ SGD ຢູ່ລາວ ໄປເລີຍກໍໄດ້ ຫຼື ຊິເອົາ USD ໄປປ່ຽນເອົາ SGD ຢູ່ສະໝາມບິນຂອງສິງກະໂປກໍແລ້ວແຕ່ຄວາມສະດວກ (ປ່ຽນຢູ່ພຸ້ນໄດ້ຫຼາຍກວ່າຢູ່ລາວໜ້ອຍໜຶ່ງ 555).
  • ປັກໄຟຢູ່່ສິງກະໂປເປັນປັກ 3 ຂາ ຮູບສີ່ຫຼ່ຽມ (ຢ່າລືມເອົາຫົວ adapter ໄປນໍາ).
  • ນໍ້າກັອກຢູ່ສິງກະໂປສະອາດຫຼາຍ ສາມາດດື່ມໄດ້ (ບໍ່ຕາຍຍ້ອນນໍ້າກັອກນີ້ແຫຼະ).
  • IMG_0177.JPG
  • ເຂົ້າປາອາຫານ ແລະ ເຄື່ອງດື່ມຢູ່ພຸ້ນມີທັງແພງ ແລະຖືກ ຄັນຢາກປະຢັດເງິນຕ້ອງ street food
  • ຫຼື ໄປແຖວໆ China Town (ແຖວນີ້ແຫຼະເໝາະກັບຄົນມີເງິນໜ້ອຍ555).

  • ສໍາລັບຄົນມັກເມົາ ງົດກ່ອນກໍດີ ເພາະລາຄາເບຍມະຫາແພງ ແຕ່ຄັນອົດບໍ່ໄດ້ແທ້ໆກໍໄປຍ່ານ Clarke Quay ເດີ ຮັບຮອງບໍຜິດຫວັງ (ເອົາເງິນໄປຫຼາຍແດ່).
  • ໂສເພນີຢູ່ສິງກະໂປຖືກກົດໝາຍ ລາຄາກໍຍ່ອມເຍົາ ມັກແບບໃດກໍລອງເລືອກໆເບິ່ງຢູ່ແຖວເກລັງ (Geylang).
  • ຄັນໄດ້ຍິນຄົນສິງກະໂປເວົ້າລົງທ້າຍດ້ວຍສຽງ “ລະ” (Lah) ຢ່າງົງ ເພາະເປັນ Style ການເວົ້າຂອງຄົນສິງກະໂປ (ມັກລົງທ້າຍດ້ວຍ Lah).
  • ເລື່ອງຄວາມສະອາດສິງກະໂປເອົາໃຈໃສ່ຫຼາຍ ຄັນຖິ້ມຂີ້ເຫຍື້ອຊະຊາຍ ເສຍ 1,000$ ບໍ່ຕ້ອງໄປຕໍ່ລອງ.img_0178
  • ຄົນມັກສູບຢາກໍລະວັງແດ່ເດີ ເພາະຖ້າສູບຢູ່ໃນ ລົດເມ, ໂຮງໜັງ, ຮ້ານສັບພະສິນຄ້າ, ຮ້ານອາຫານ, ສະຖານທີ່ທາງລັດຖະການ ຫຼື ສະຖານທີ່ສາທາລະນະຕ່າງໆ 1,000$ ບໍ່ຕ້ອງຕໍ່ລອງຄືກັນ ແຕ່ຖ້າສູບໃນພັບ, ບາ ຫຼືຮ້ານຄາຣາໂອເກະທີ່ມີແອ ແມ່ນບໍ່ເປັນຫຍັງ (ງົງ).
  • ການຈັບມືທັກທາຍ, ການຍື່ນສີ່ງຂອງໃຫ້ກັນ ແລະ ການກິນອາຫານບໍ່ຄວນໃຊ້ມືຊ້າຍຈັບ ເພາະໃນສັງຄົມມຸດສະລິມຖືວ່າມືຊ້າຍເປັນມື toilet.
  • ເຂົ້າຫ້ອງນໍ້າແລ້ວລືມກົດຊັກໂຄກຈະເສຍ 150$ .
  • ຜູ້ໃດຄ້າຢາບ້າຫຼືຫຍຸ້ງກ່ຽວກັບສິ່ງເສບຕິດ ລາງວັນດຽວທີ່ຈະໄດ້ຮັບຄືປະຫານຊີວິດ.
  • ຕາມເສັ້ນທາງຫຼືຕາມຕົວເມືອງບໍ່ຄ່ອຍເຫັນຕໍາຫຼວດຍາມ ແຕ່ເມື່ອມີເຫດການຫຍັງເກີດຂື້ນ ຕໍາຫຼວດຈັກມາແຕ່ໃສ ໄວປານຈະຫຼວດ.
  • ຢູ່ສິງກະໂປບໍຕ້ອງກັງວົນເລື່ອງຄວາມປອດໄພຫຼືຢ້ານເຄື່ອງເສຍ ເພາະມີຄວາມປອດໄພຫຼາຍ (ແຕ່ກໍຢ່າເຊື່ອໃຈທາງຢ່າວາງໃຈຄົນ ຫຼາຍເກີນໄປ)._DSC0044.JPG
  • ໄປຫຼີ້ນໄປທ່ຽວໃສກໍຊ່າງ ຢ່າຊູເອົາອາວຸດປືນ, ດອກໄມ້ໄຟ, ມີດຫຼືຂອງມີຄົມອຶ່ນໆໄປນໍາ ຈັກໜ້ອຍຊິມີຄວາມຜິດມະຫັນຕະລາຍ.
  • ຄົນສິງກະໂປມີຫຼາຍເຊື້ອຊາດ ບໍ່ວ່າຈະເປັນຈີນ, ມາເລ, ອິນເດຍ ແລະ …
  • ສາວໆທີ່ໄປຫຼີ້ນແຖວເກລັງຢ່າແຕ່ງໜ້າ Over ດຽວເຂົາຊິເຂົ້າໃຈຜິດວ່າໂສເພນີ.
  • ບໍ່ຕ້ອງຖົ່ມນໍ້າລາຍຫຼືຂີ້ເທິຊະຊາຍເດີຈັກໜ້ອຍຊິເສຍ 1,000$ ຟຣີໆ.
  • ຊິງອົມຫຼືເຂົ້າໜົມຢາງຫັ້ນເຊົາຄິດວ່າຊິຫຍໍ້າ ຂະໜາດມີໃນກໍາມືກໍຍັງຜິດແລ້ວ.
  • ອາຫານທີ່ລືຊື່ໃນສິງກະໂປແມ່ນເຂົ້າມັນໄກ່ ກ່ອນລົງມືກິນຖ່າຍຮູບລົງເຟສບຸກກ່ອນກໍດີຄືກັນ 555.
  • ປັອບຄອນຢູ່ພຸ້ນມີຊື່ສຽງເດີຊິບອກໃຫ້img_0014
  • ຄ່າອາຫານຢູ່ສະໜາມບິນກັບຢູ່ທາງນອກແມ່ນເທົ່າໆກັນ.
  • ເມື່ອຖືກເຊີນ ຄວນໃຫ້ເຈົ້າພາບສັ່ງອາຫານ ແລະ ບໍ່ຄວນກິນອາຫານກ່ອນເຈົ້າພາບ.
  • ຢູ່ສິງກະໂປບໍ່ມີການໃຫ້ທິບ ເນື່ອງຈາກຄ່າບໍລິການໄດ້ລວມຢ່ໃນໃບບິນນັ້ນແລ້ວ.
  • ອາກາດຢູ່ສິງກະໂປບໍ່ຄືຢູ່ເກົາຫຼີ ແຕ່ໃກ້ຄຽງກັບແຖວອາຟຣິກາພຸ້ນລະ.
  • ສະຖານທີ່ທ່ອງທ່ຽວຕົ້ນໆທີ່ເໝາະແກ່ການຖ່າຍຮູບລົງ facebook ແມ່ນຢູ່ແຖວໆ Marina  Bay Sand ຫຼືບໍ່ກໍໄປແຖວ Universal Studios._dsc0258
  • ຄັນກະເປົາເງິນໜັກແດ່ ຢາກໄປທ່ຽວ shopping ຕ້ອງໄປແຖວ Ochard.
  • ການໃຫ້ຂອງຂັວນແກ່ຄົນສິງກະໂປເຊື້ອສາຍຈີນ ບໍ່ຄວນເອົາໂມງ, ຜ້າເຊັດໜ້າ ລວມທັງຂອງມີຄົມຕ່າງໆ.
  • ການໃຫ້ຂອງຂັວນຄົນສິງກະໂປເຊື້ອສາຍມາເລທີ່ເປັນຊາວມຸດສະລິມ ບໍ່ຄວນເອົາແອລກໍຮໍຫຼືສິ່ງຂອງທີ່ເຮັດຈາກໜັງໝູໃຫ້.
  • ການໃຫ້ຂອງຂວັນແກ່ຄົນສິງກະໂປເຊື້ອສາຍອິນເດຍ ບໍ່ຄວນເອົາດອກລີລາວະດີຫຼືສິ່ງຂອງທີ່ເຮັດຈາກໜັງງົວໃຫ້.
  • ເວລາຊື້ເຄື່ອງຫຼືໃຊ້ບໍລິການຫຍັງກໍຕາມ ຫ້າມແຊງຄິວເດັດຂາດ.
  • ການຂ້າມທາງບ່ອນທີ່ບໍ່ມີມ້າລາຍແມ່ນມີຄວາມຜິດ (ທາງມ້າລາຍເດີບໍ່ແມ່ນແມ່ນສັດ555).
  • ຄວນສື່ສານດ້ວຍພາສາອັງກິດ ຄັນບໍ່ໄດ້ພາສາອັງກິດກໍຄືຊິໄດ້ເວົ້າຈົນເມື່ອຍມືເທົ່ານັ້ນລະ….ແຮ່ໆ….
  • ຢ່າລືມວ່າເຄື່ອງຂອງຕ່າງໆຢູ່ສິງກະໂປຂ້ອນຂ້າງແພງ ຢ່າລືມເອົາເງິນໄປເຜື່ອແດ່ ຢ້ານບໍ່ມີເງິນຊື້ຂອງຕ້ອນກ່ອນກັບ 555
  • ແຖວນີ້ເຄື່ອງຖືກຫຼາຍ img_0112

ສນປລ ແລະ ມຊ ຮ່ວມກັນຈັດກອງປະຊຸມຊົມເຊີຍນັກປະພັນລາງວັນວັນນະກໍາແມ່ນໍ້າຂອງ 2016

 

ສະມາຄົມນັກປະພັນລາວ (ສນປລ) ແລະມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮ່ວມກັນຈັດກອງປະຊຸມຊົມເຊີຍຜົນສໍາເລັດການເຂົ້າຮ່ວມຮັບລາງວັນ ວັນນະກໍາ ແມ່ນໍ້າຂອງ ປະຈໍາປີ 2016 ຂຶ້ນທີ່ຄະນະອັກສອນສາດ (ຄອສ), ມຊ ໂດຍແມ່ນ ທ່ານ ທອງໃບ ໂພທິສານ ຮອງຫົວໜ້າຫ້ອງການ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ (ຖວທ), ປະທານ ສນປລ ຮັບກຽດເປັນປະທານກອງປະຊຸມຮ່ວມກັບ ທ່ານ ຮສ. ລໍາໄມ ພິພັກຄະວົງ ຮອງອະທິການບໍດີ ມຊ.

IMG-20160616-WA0114

ໃນກອງປະຊຸມດັ່ງກ່າວນີ້ປະກອບມີຄະນະບໍດີ ແລະຄູອາຈານພາຍໃນ ຄອສ, ຄະນະບໍລິຫານງານ ແລະສະມາຊິກ ສນປລ ຕະຫຼອດຮອດນັກສຶກສາ ແລະສື່ມວນຊົນກໍໃຫ້ກຽດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍເພຶ່ອເປັນການຊົມເຊີຍນັກປະພັນລາວຜູ້ທີ່ສໍາເລັດການເຂົ້າຮ່ວມຮັບລາງວັນ ວັນນະກໍາແມ່ນໍ້າຂອງ ປະຈໍາປີ 2016 ທີ່ແຂວງຄຸນມິງ, ປະເທດຈີນ ເຊິ່ງເປັນລາງວັນທີ່ມີຄວາມໝາຍຄວາມສໍາຄັນໃນການສ້າງສາຍພົວພັນ ແລະການຮ່ວມມືທາງດ້ານການປະພັນວັນນະຄະດີຂອງບັນດາປະເທດສະມາຊິກທັງ 6 ປະເທດທີ່ມີຊາຍແດນຕິດກັບແມ່ນໍ້າຂອງເຊັ່ນ ລາວ, ຫວຽດນາມ, ກໍາປູເຈຍ, ມຽນມາ ແລະຈີນ. ສໍາລັບປີນີ້ 1 ບົດນະວະນິຍາຍ ແລະ 1 ບົດເລື່ອງສັ້ນຂອງນັກປະພັນລາວກໍໄດ້ຖືກຮັບຮອງໃຫ້ເປັນບົດຊະນະເລີດ ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວເຊັ່ນ ບົດນະວະນິຍາຍ “ລົມຫາຍໃຈ” ຂຽນໂດຍ ທ່ານ ບຸນທັນ ພົງພະຈິດ (ຮູບ: ຂວາ) ແລະເລື່ອງສັ້ນ “ເງິນຫຼືອຸດົມການ” ຂຽນໂດຍ ທ່ານ ຮສ. ແສງຟ້າ ໂຫລານຸພາບ (ຮູບ: ຊ້າຍ).

 

ງານເທດສະການຮູບເງົາສັ້ນ ແລະສາລະຄະດີຂອງນັກສຶກສາ ມຊ ທີ່ຫໍວັດທະນະທໍາແຫ່ງຊາດ

IMG-20160617-WA0025
ພາກວິຊາພາສາລາວ – ສື່ສານມວນຊົນ (ພລສ), ຄະນະອັກສອນສາດ (ຄອສ), ມະຫາວິທະຍາໄລແຫ່ງຊາດ (ມຊ)ຮ່ວມກັບອົງການກອຍກາ (KOICA) ໄດ້ຈັດງານເທດສະການຮູບເງົາສັ້ນ ແລະສາລະຄະດີ ຜົນງານຂອງນັກສຶກສາຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຢຸນກັງຮອນ (YOON KANG HYUN) ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ, ທ່ານ ຄິມຮັງຈູ (KIM HAHNGJOO) ປະທານອົງການກອຍກາ, ທ່ານ ໂພໄຊ ເທບວິໄລວົງ ຮອງຄະນະບໍດີ ຄອສ ພ້ອມກັນນັ້ນກໍມີຕົວແທນຈາກບໍລິສັດສ້າງຮູບເງົາເອກະຊົນ, ຄູອາຈານ, ນັກສຶກສາ ແລະມວນຊົນຈາກພາກສ່ວນອຶ່ນໆ.

IMG-20160617-WA0116

ຜ່ານການເຝິກອົບຮົມ ແລະການລົງມືປະຕິບັດຕົວຈິງເປັນເວລາ 2 ພາກຮຽນ ພາຍໃຕ້ການນໍາພາຂອງຄູອາຈານ ແລະຊ່ຽວຊານຈາກອົງການໂກຍກາ ມາຮອດວັນທີ 17 ມິຖຸນາ 2016 ຈຶ່ງໄດ້ມີການສະແດງຜົນງານຮູບເງົາສັ້ນ ແລະສາລະຄະດີຂອງນັກສຶກສາຢູ່ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊິ່ງຄັ້ງນີ້ກໍເປັນຄັ້ງທີ 3 ໂດຍປະກອບມີຮູບເງົາສັ້ນ 4 ເລື່ອງ ແລະສາລະຄະດີ 6 ເລື່ອງ ໃນນັ້ນລວມມີຮູບເງົາພິເສດ 1 ເລື່ອງ ແລະສາລະຄະດີພິເສດ 1 ເລື່ອງທີ່ສະທ້ອນເຖິງຫຼາຍບັນຫາໃນສັງຄົມ.

ຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເພຶ່ອສະແດງຜົນງານຂອງນັກສຶກສາສາຂາວິຊາສື່ສານມວນຊົນປະຈໍາສົກສຶກສາ 2015 – 2016 ທີ່ໄດ້ນໍາເອົາທິດສະດີຕ່າງໆທີ່ຮຽນມາເຂົ້າໃນການລົງມືສ້າງຕົວຈິງ ພ້ອມນັ້ນຍັງເປັນການແຂ່ງຂັນໄປໃນຕົວ ໂດຍມີການຈັດອັນດັບ ແລະໃຫ້ລາງວັນຂອງຂວັນແກ່ທີມງານສ້າງຮູບເງົາ-ສາລະຄະດີແຕ່ລະເລື່ອງ.

IMG-20160617-WA0153

ສໍາລັບເລື່ອງທີ່ໄດ້ຮັບລາງວັນຊະນະເລີດປະເພດຮູບເງົາສັ້ນແມ່ນເລື່ອງ “ໃຝ່ຮັກ”, ອັນດັບທີ 2 ແມ່ນເລື່ອງ “ມິດຕະພາບ”; ສ່ວນລາງວັນຊະນະເລີດປະເພດສາລະຄະດີແມ່ນເລື່ອງ “ຕິດຕາມຂີ້ເຫຍື້ອ” ແລະອັນດັບທີສອງແມ່ນເລື່ອງ “ສູ້ຕໍ່ໄປ” ນອກຈາກນີ້ກໍຍັງປະກອບມີລາງວັນນັກສະແດງດີເດັ່ນອີກ 3 ລາງວັນເຊິ່ງໄດ້ແກ່: ນາງ ອານິດາ ພັນທອງພິມ, ທ້າວ ບຸນປອນ ພົມມະຈັກ ແລະທ້າວ ຕິ່ງຄໍາ ອ່ອນແສງເພັດ. ໂຄງການສ້າງຮູບເງົາສັ້ນ ແລະສາລະຄະດີຂອງນັກສຶກສາດັ່ງກ່າວນີ້ ເກີດຂຶ້ນຍ້ອນການຮ່ວມມືກັນລະຫວ່າງອົງການໂກຍກາ ແລະ ມຊ; ອົງການໂກຍກາໄດ້ສະໜອງອຸປະກອນ ແລະຊ່ຽວຊານໃຫ້ແກ່ສາຂາວິຊາສື່ສານມວນຊົນ ເພື່ອສິດສອນ ຜະລິດຮູບເງົາສັ້ນ ແລະສາລະຄະດີເລື່ອງຕ່າງໆເຫຼົ່ານີ້.