ຄອສ ຈັດງານປະກວດສິລະປະວັນນະຄະດີ

_MG_9234

ຄະນະອັກສອນສອນສາດ (ຄອສ) ໄດ້ຈັດງານປະກວດສິລະປະວັນນະຄະດີ ປະຈໍາສົກສຶກສາ 2015 – 2016 ຂຶ້ນທີ່ສະໂມສອນໃຫຍ່ ມຊ ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2016 ໂດຍການເປັນປະທານຂອງ ທ່ານ ອຈ ເກດແກ້ວ ພັນທະນີວົງ ຮອງຄະນະບໍດີ ຄະນະອັກສອນສາດ; ເຂົ້າຮ່ວມມີ: ທ່ານ ຮສ ອາລຸນ ສີລັດຕະນະກຸນ ຄະນະບໍດີ ຄະນະອັກສອນສາດ ພ້ອມດ້ວຍຄະນະ, ທ່ານ ອຈ ແກ່ນຈັນ ວິໄລສາ ຕາງໜ້າພະແນກຄຸ້ມຄອງນັກສຶກສາ ຄະນະວິທະຍາສາດທໍາມະຊາດ (ຄວທ) ຕະຫຼອດຮອດຄູອາຈານ ແລະນັກສຶກສາພາຍໃນ ຄອສ.

 ໃນງານປະກວດດັ່ງກ່າວນີ້ປະກອບມີລາຍການສິລະປະທັງໝົດ 24 ລາຍການ ໃນນັ້ນມີບົດຟ້ອນ 8 ລາຍການ, ເພງ 9 ລາຍການ ແລະຂັບລໍາ 7 ລາຍການ ເຊິ່ງມາຈາກ 8 ພາກວິຊາ, 1 ພະແນກ ແລະ 1 ໜ່ວຍງານຄື ພາກວິຊາພາສາລາວ – ສື່ສານມວນຊົນ, ພາກວິຊາພາສາຫວຽດນາມ, ພາກວິຊາພາສາຈີນ, ພາກວິຊາພາສາອັງກິດ, ພາກວິຊາພາສາຝລັ່ງ, ພາກວິຊາພາສາເກົາຫຼີ, ພາກວິຊາພາສາຢີ່ປຸ່ນ, ພາກວິຊາພາສາເຢຍລະມັນ,ພະແນກພາສາລັດເຊຍ ແລະໜ່ວຍງານພາສາແອັດສະປາຍໂຍນ. ສໍາລັບຈຸດປະສົງໃນການຈັດງານຄັ້ງນີ້ແມ່ນເພຶ່ອຊອກຫານັກສຶກສາຜູ້ທີ່ມີພອນສະຫວັນທາງດ້ານການຟ້ອນ, ການຮ້ອງເພງ ແລະຂັບລໍາຂອງຄະນະ ເພຶ່ອຈະໄດ້ປະກອບສ່ວນເຂົ້າໃນວຽກງານການສະແດງສິລະປະຂອງຄະນະໃນຄັ້ງຕໍ່ໆໄປ; ເປັນການສ້າງຄວາມສາມັກຄີພາຍໃນໝູ່ນັກສຶກສາ ພ້ອມນັ້ນກໍເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ ທີ່ຈະໝຸນວຽນມາເຖິງໃນວັນທີ 5 ພະຈິກນີ້. ການປະກວດໄດ້ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊຶ່ນ ແລະຜົນການປະກວດ ຜູ້ຊະນະເລີດປະເພດຟ້ອນແມ່ນພາກວິຊາພາສາອັງກິດ ບົດຟ້ອນຫວນຄືນປະຫວັດສາດມູນເຊື້ອປະຕິວັດໃຕ້ຮົ່ມທຸງ, ຮອງຊະນະເລີດແມ່ນພາກວິຊາພາສາຢີ່ປຸ່ນ ບົດຟ້ອນນໍ້າຕານກ້ອນຫອມຫວານບ້ານຫິນສິ່ວ ແລະອັນດັບທີ 3 ແມ່ນ ພາກວິຊາພາສາເກົາຫຼີ ບົດຟ້ອນຄວາມອຸດົມສົມບູນຂອງທົ່ງນາແຫ່ງຄວາມຫວັງ; ຜູ້ຊະນະເລີດປະເພດຮ້ອງເພງແມ່ນທ້າວ ຈູ່ທໍ່ ພາກວິຊາພາສາຢີ່ປຸ່ນ ບົດເພງ ມົນຮັກສາວວຽງໄຊ, ຮອງຊະນະເລີດແມ່ນນາງ ເມລິສາ ແຈ້ງວິໄລ ພາກວິຊາພາສາເຢຍລະມັນ ບົດເພງສະບາຍດີຫຼວງພະບາງ ແລະອັນດັບທີ 3 ແມ່ນນາງ ສຸພາພອນ ຫຼວງໄຊ ພາກວິຊາພາສາຝລັ່ງ ສ່ວນຜູ້ຊະນະເລີດປະເພດຂັບລໍາແມ່ນນາງ ສຸວັນ ບາງວິໄລ ພາກວິຊາພາສາຫວຽດນາມ ຂັບທຸ້ມຫຼວງພະບາງ, ຮອງຊະນະເລີດແມ່ນທ້າວ ອານຸພົງ ແກ້ວວົງສາ ພະແນກພາສາລັດເຊຍ ລໍາສີພັນດອນ ແລະອັນດັບທີ 3 ແມ່ນທ້າວ ແອ ຂັນແກ້ວ ພາກວິຊາພາສາລາວ – ສື່ສານມວນຊົນ.